ຄະນະສຶກສາສາດ ຈັດພິທີສະຫຼຸບຊຸດຮຽນ.

          ໃນຕອນເຊົ້າວັນທີ 12 ກັນຍາ 2017 ນີ້, ຄະນະສຶກສາສາດ ມຊ. ໄດ້ຈັດພິທີສະຫຼຸບຊຸດຮຽນ ແລະເປີດສົກຮຽນໃໝ່ຂອງຄະນະຕົນຂຶ້ນທີ່ສະໂມສອນຊັ້ນ II ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ສຈ.ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ, ມີທ່ານ ຮສ.ປອ. ອາທິດອຸໄທ ຈະຕຸພອນໄຊ ຄະນະບໍດີ ຄະນະສຶກສາສາດ,ມີຮອງຄະນະບໍດີ, ບັນດາແຂກຖືກເຊີນ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າແລະຮອງພະແນກ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ທ່ານ ຮສ.ປອ. ສີຖານ ສຸຂະວົງ ຮອງຄະນະບໍດີ ຄະນະສຶກສາສາດໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2016-2017 ແລະຜ່ານທິດທາງແຜນການເຄື່ອນໄຫວ 2017-2018 ຕໍ່ທີ່ປະຊຸມ; ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໃນສົກສຶກສາ 2016-2017 ນີ້, ຄະນະສຶກສາສາດສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 900 ກວ່າຄົນ. ໃນນັ້ນ, ມີນັກສຶກສາທີ່ໄດ້ຮັບປະກາສະນີ

ຍະບັດແດງ(ປະກາສະນີຍະບັດກຽດນິຍົມ) ຈໍານວນ 13 ຄົນ, ຍິງ 5 ຄົນ ແລະນັກສຶກສາທີ່ໄດ້ຮັບການຍ້ອງຍໍທີ່ມີຄະແນນສະເລ່ຍ 3.50 ຂຶ້ນໄປມີ 143 ຄົນ, ຍິງ 75 ຄົນ. ທ່ານໃຫ້ຮູ້ອີກວ່າ:ປີນີ້ແມ່ນເປັນໄປຕາມແຜນພັດທະນາຂອງຄະນະສຶກສາສາດ ກໍຄືແຜນຂອງມະຫາວິທະຍາໄລແຫ່ງຊາດເຊິ່ງຄະນະສຶກສາສາດໄດ້ດຳເນີນການສ້າງຄູມາໄດ້ຫຼາຍຊຸດແລ້ວ; ໂດຍສະເພາະແມ່ນຊຸດນີ້ສາມາດສ້າງນັກສຶກສາໄດ້ຮັບກຽດນິຍົມຫຼາຍກວ່າປີຜ່ານໆມາ, ຈຸດມຸງໝາຍຂອງການສ້າງຄູ ແມ່ນເປັນໄປຕາມຄຳຂວັນທີ່ວ່າ: ຄູສ້າງຄົນ ຄົນສ້າງຊາດ ສຶກສາສາດສ້າງຄູ ການສ້າງຄູຫຼືສ້າງນັກສຶກສາຄູ ແມ່ນອີງຕາມກະຊວງສຶກສາທິການ ແລະກີລາ ຊີ້ນຳໂດຍຈັດຕັ້ງປະຕິບັດຕາມ 5 ຫຼັກມູນການສຶກສາ ແລະ 3 ລັກສະນະການສຶກສາຂອງຊາດ.

ໃນຕອນທ້າຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນງານ ທີ່ທາງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະສຶກສາສາດຍາດມາໄດ້ໃນຕະຫຼອດໄລຍະ 4 ປີຜ່ານມາ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະນໍາ, ພະນັກງານ, ຄູ-ອາຈານ ທົ່ວຄະນະສຶກສາສາດ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະພ້ອມກັນຮ່ວມແຮງຮ່ວມໃຈສ້າງສາພັດທະນາຄະນະສຶກສາສາດ ກໍຄືມະຫາວິະຍາໄລແຫ່ງຊາດ ໃຫ້ມີຄວາມກ້າວໜ້າຂຶ້ນເລື່ອຍໆ.

 

ພາບປະກອບ

Save

Save

Save

Save

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.