ຄະນະກະເສດສາດ ຈັດພິທີສະຫຼຸບປະຈຳສົກສຶກສາ2016-2017
ໃນຕອນບ່າຍ ວັນທີ 15 ກັນຍາ 2017 ທີ່ຜ່ານມານີ້, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2016-2017 ຂຶ້ນທີ່ຫ້ອງປະຊຸມ ຄະນະ ດັ່ງກ່າວ ວິທະຍາເຂດນາບົງ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ຟອງສະມຸດ ສຸທຳມະວົງ ຄະນະບໍດີ ຄະນະກະເສດສາດ ມີບັນດາທ່ານ ຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າ ແລະຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ຟອງສະມຸດ ສຸທຳມະວົງ ຄະນະບໍດີ ຄະນະກະເສດສາດ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2016-2017 ວ່າ: ຄະນະກະເສດສາດ ແມ່ນ 1 ໃນ 13 ຄະນະທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ, ຕັ້ງຢູ່ວິທະຍາເຂດນາບົງ ມີພະນັກງານ-ຄູອາຈານ ທັງໝົດ 80 ຄົນ, ຍິງ 24 ຄົນ, ການຈັດຕັ້ງການຮຽນ-ການສອນປະກອບມີ 11 ຫຼັກສູດຄື: ຫຼັກສູດປະລິນຍາໂທມີ 3 ສາຂາຄື: ສາຂາການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ, ສາຂາວິທະຍາສາດການປູກຝັງ ແລະ ສາຂາວິທະຍາສາດການລ້ຽງສັດ; ຫຼັກສູດປະລິນຍາຕີຕໍ່ເນື່ອງມີ 2 ສາຂາຄື: ສາຂາການປູກຝັງ ແລະສາຂາການລ້ຽງສັດ ແລະສາຂາການປະມົງ; ຫຼັກສູດປະລິນຍາຕີມີ 6 ສາຂາຄື: ການປູກຝັງ, ປ້ອງກັນພືດ, ການລ້ຽງສັດ, ການປະມົງ, ສັດຕະວະແພດ ແລະເສດຖະກິດກະສິກຳ ແລະເຕັກໂນໂລຊີອາຫານ.
ສຳລັບສົກສຶກສາ 2016-2017 ຄະນະກະເສດສາດ ມີນັກສຶກສາລະດັບປະລິນຍາຕີ ສຳເລັດການສຶກສາທັງໝົດ 195 ຄົນ, ຍິງ 71 ຄົນ, ມີນັກສຶກສາທີ່ມີຜົນການຮຽນດີເດັ່ນ ຕະຫຼອດໄລຍະເວລາ 4 ປີໄດ້ຮັບກຽດນິຍົມ ແລະໃບຍໍຍ້ອງ ຂັ້ນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 2 ຄົນ, ຍິງ 1 ຄົນ; ການສົ່ງເສີມການຜະລິດ ຂອງຄະນະກະເສດສາດ ແມ່ນວຽກງານທີ່ພົ້ນເດັ່ນໃນໄລຍະປີທີ່ຜ່ານມາ ເຊິ່ງການປະຕິບັດວຽກງານດັ່ງກ່າວແມ່ນບັນລຸ 87% ຂອງແຜນວຽກທີ່ວາງໄວ້ເຊັ່ນ: ສາມາດຜະລິດເຂົ້ານາປີໄດ້ 5,000 ກິໂລ, ກ້າແນວພັນຕົ້ນຈຳປາ, ຕົ້ນໄມ້ກິນໝາກ ແລະແກ່ນອິນພຣາມໄດ້ທັງໝົດ 1.600 ເບ້ຍ ແລະອື່ນໆ.
ໃນໂອກາດດຽວກັນ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກໍເປັນກຽດຂຶ້ນມອບໃບຍ້ອງຍໍແກ່ນັກສຶກສາທີ່ໄດ້ຮັບກຽດນິຍົມທັງ 2 ນ້ອງ ແລະໃຫ້ຄຳໂອວາດແກ່ບັນດິດໃໝ່ທຸກຄົນວ່າ: ໃຫ້ນຳເອົາຄວາມຮູ້ຄວາມສາມາດທີ່ຕົນໄດ້ຮໍ່າຮຽນມາ ໄປນຳໃຊ້ເຂົ້າໃນການປະກອບອາຊີບເພື່ອເປັນເສົາຫຼັກໃນການພັດທະນາ-ສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງທຽບເທົ່າກັບພາກພື້ນ ແລະສາກົນ.