ພິທີມອບທຶນການສຶກສາພາຍໃຕ້ໂຄງການ “ເສີມສ້າງຂີດຄວາມສາມາດດ້ານການພັດທະນາຊຸມຊົນ-ຊົນນະບົດຕາມທິດສາມສ້າງ ແລະແຊມາອືນອຸນດົງ”

1507884476 tmp IMG 8955

1507884476 tmp IMG 8955

           ໃນຕອນບ່າຍ ວັນທີ 11 ຕຸລາ 2017 ຜ່ານມານີ້, ຄະນະວິທະຍາສາດສັງຄົມ, ຄະນະ ອັກສອນສາດ ແລະຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບທຶນການສຶກສາ ໃຫ້ແກ່ນັກສຶກສາຜູ້ທີ່ທຸກຍາກແຕ່ມີຜົນການຮຽນດີ ປະຈຳສົກສຶກສາ 2017-2018 ພາຍໃຕ້ໂຄງການ“ເສີມສ້າງຂີດຄວາມສາມາດດ້ານການພັດທະນາຊຸມຊົນ-ຊົນນະບົດຕາມທິດສາມສ້າງ ແລະແຊມາອືນອຸນດົງ”, ໂດຍການເປັນປະທານ ຂອງ ທ່ານ ຄີມ ໂຮ່ກ໊ອງ ຜູ້ໃຫ້ການສະໜັບສະໜູນທຶນການສຶກສາ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຄະນະບໍດີ, ແຂກທີ່ຖືກເຊີນ, ພະນັກງານ-ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.

           ໃນໂອກາດນີ້, ທ່ານ ບຸນຊົມ ສີຫາລາດ ຫົວໜ້າພາກວິຊາສັງຄົມສົງເຄາະ ແລະການພັດທະນາ ໄດ້ຂຶ້ນອ່ານບົດລາຍງານຂອງການດຳເນີນໂຄງການເສີມສ້າງຂີດຄວາມສາມາດດ້ານການພັດທະນາຊຸມຊົນ-ຊົນນະບົດຕາມທິດສາມສ້າງ ແລະແຊມາອືນອຸນດົງ” ວ່າ: ແຜນການສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາທີ່ທຸກຍາກແຕ່ມີຜົນການຮຽນດີ ແມ່ນໄດ້ເລີ່ມປະຕິບັດມາແຕ່ ສົກສຶກສາ 2016-2017; ສຳລັບສົກສຶກສາ 2017-2018 ມີຈຳນວນທຶນທັງໝົດ 60 ທຶນຈັດແບ່ງໃຫ້ 3 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ພາກວິຊາສັງຄົມສົງເຄາະ ແລະການພັດທະນາ) ຈຳນວນ 35 ທຶນ, ຄະນະ ອັກສອນສາດ ຈຳນວນ 5 ທຶນ ແລະຄະນະ ສະຖາປັດຕະຍະກຳສາດ (ພາກວິຊາ ສະພາບແວດລ້ອມຜັງເມືອງ ແລະພາກວິຊາອອກແບບຜະລິດຕະພັນ) ຈຳນວນ 20 ທຶນ; ນອກນຈາກ ເປັນການສົ່ງເສີມທຶນຮອນ ທາງດ້ານການສຶກສາແລ້ວ ຍັງເປັນການສ້າງຄວາມເຂົ້າໃຈ ແລະການປູກຈິດສຳນຶກດ້ານການບໍລິຫານເງິນໃຫ້ແກ່ນັກສຶກສາຄື: ນັກສຶກສາຕ້ອງຮັບຜິດຊອບໃນການຕິດຕາມ ລາຍຮັບ - ລາຍຈ່າຍໃນຊີວິດປະຈຳວັນຂອງນັກສຶກສາເອງ, ລົງຢ້ຽມຢາມ ແລະປຶກສາຫາລືກັບຄອບຄົວນັກສຶກສາຜູ້ທີ່ໄດ້ຮັບທຶນ ເພື່ອສັງເກດສະພາບການດຳລົງຊີວິດຕົວຈິງຂອງນັກສຶກສາ ແລະຮັບຟັງສະພາບຄວາມຫຍຸ້ງຍາກຂອງຄອບຄົວເຂົາເຈົ້າ; ຍ້ອນເຫັນໄດ້ເຖິງຄວາມສຳຄັນ ແລະຜົນຂອງການຈັດຕັ້ງປະຕິບັດໂຄງການໄດ້ຜົນຕອບຮັບທີ່ດີ ຜູ້ໃຫ້ທຶນສະໜັບສະໜູນໂຄງການຈຶ່ງເພີ່ມທຶນການສຶກສາຈາກ ສົກສຶກສາ 2016-2017 ຈາກ 50 ທຶນ ມາເປັນ 60 ທຶນ ໃນສົກສຶກສາ 2017-2018 ຄິດເປັນມູນຄ່າ 144,000,000 ກີບ(ນຶ່ງຮ້ອຍ ສີ່ສິບສີ່ລ້ານກີບ), ສໍາລັບນັກສຶກສາທີ່ໄດ້ຮັບທຶນແມ່ນຈະໄດ້ເບ້ຍລ້ຽງເປັນອັດຕາເງິນເດືອນ, ເດືອນລະ 200,000 ກີບ/ຄົນ.

ໃນພິທີ ທ່ານ ຄີມ ໂຮ່ກ໊ອງ ກໍໄດ້ເປັນກຽດຂຶ້ນມອບທຶນການສຶກສາ ປະຈຳສົກສຶກສາ 2017-2018 ມູນຄ່າ 144,000,000 ກີບ ແລະເປັນກຽດຮັບໂດຍ ທ່ານ ຮສ. ປອ. ພຸດສິມ ມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.