ພິທີສະເຫຼີມສະຫຼອງໂຄງການຮາງວັນຮອນດາ ເພື່ອນັກວິທະຍາສາດ ແລະນັກວິສະວະກອນໜຸ່ມ ຄົບຮອບ 10 ປີ|

ໃນຕອນເຊົ້າ ວັນທີ 11 ຕຸລາ 2017 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຮ່ວມກັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ພິທີສະເຫຼີມສະຫຼອງໂຄງການຮາງວັນຮອນດາ ເພື່ອນັກວິທະຍາສາດ ແລະນັກວິສະວະກອນໜຸ່ມ ຄົບຮອບ 10 ປີ ຂຶ້ນທີ່ສະໂມສອນ ຂອງ ຄະນະວິສະວະກຳສາດ, ໂດຍການເປັນປະທານ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ທາເກຊິ ຫິກິຮາລະ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ຮິໂຣໂຕະ ອິຊິດະ ປະທານມູນນິທິຮອນດາ, ທ່ານ ຮສ. ປອ. ພຸດ ສີມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ. ປອ. ບົວລິນ ສ້ອຍສຸວັນ ແລະທ່ານ ຮສ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມີບັນທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສຈ. ປອ. ບົວລິນ ສ້ອຍສຸວັນ ໄດ້ຂຶ້ນຜ່ານບົດສະຫຼຸບການປະຕິບັດໂຄງການຮາງວັນຮອນດາ ສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ຄົບຮອບ 10 ປີ ວ່າ: ມູນນິທິຮອນດາ ສ້າງຂຶ້ນໃນປີ 1977 ເຊິ່ງໃນເບື້ອງຕົ້ນໂຄງການໄດ້ສະໜັບສະໜູນນັກວິສະວະກອນໜຸ່ມ ພາຍໃນປະເທດ ຍີ່ປຸ່ນເທົ່ານັ້ນ, ຍ້ອນຜົນສຳເລັດໂຄງການດັ່ງກ່າວໄດ້ຮັບຜົນດີ ມາຮອດປີ 2006 ທ່ານ ໂຊອິຈິໂຣະ ຮອນດາ ຈຶ່ງໄດ້ຂະຫຍາຍໂຄງການມາເຂດອາຊີ ໂດຍເລີ່ມຈາກ ປະເທດຫວຽດນາມ, ມາຮອດປີ 2007 ຈຶ່ງໄດ້ລິເລີ່ມໂຄງການທີ່ ປະເທດລາວ, ປະເທດກຳປູເຈຍ ແລະປະເທດມຽນມາ ໃນປີ 2014; ຕະຫຼອດໄລຍະການດຳເນີນໂຄງການ ຢູ່ປະເທດລາວ ໃນໄລຍະ 10 ປີ, ແມ່ນສາມາດປະຕິບັດຕາມຂໍ້ກຳນົດ ແລະກົດລະບຽບທີ່ໄດ້ຕົກລົງລະຫວ່າງຝ່າຍລາວ ແລະຝ່າຍຍີ່ປຸ່ນຢ່າງເໝາະສົມ ແລະມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 1.246 ຄົນ, ຍິງ 276 ຄົນ, ຈຳນວນນັກສຶກສາທີ່ໄດ້ຮັບຮາງວັນຮອນດາ ສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ໃນໄລຍະ 10 ມີທັງໝົດ 20 ຄົນ (ຍິງ 9) ຄົນ, ໃນນັ້ນ ມີຜູ້ໄດ້ຮັບຮາງວັນ Y-E-S award plus ຈໍານວນ 9 ຄົນ, ຍິງ 6 ຄົນ, ຜູ້ສຳເລັດການສຶກສາໃນລະດັບປະລິນຍາເອກຈຳນວນ 1 ຄົນ, ສຳເລັດການສຶກສາໃນລະດັບປະລິນຍາໂທ ຈາກປະເທດຍີ່ປຸ່ນ 3 ຄົນ (ຍິງ 3 ຄົນ) ແລະມີຜູ້ສຳເລັດການສຶກສາລະດັບປະລິນຍາໂທໃນປະເທດຕ່າງໆ ຈຳນວນ 4 ຄົນ ຍິງ 2 ຄົນ, ປັດຈຸບັນຍັງມີນັກສຶກສາທີ່ໄດ້ຮັບຮາງວັນຮອນດາ ທີ່ກຳລັງສຶກສາຢູ່ປະເທດຍີ່ປຸ່ນ ຈຳນວນ 3 ຄົນ ຍິງ 1 ຄົນ. ນອກຈາກການຄັດເລືອກ ແລະມອບຮາງວັນໃຫ້ແກ່ຜູ້ຊະນະເລີດແລ້ວ ໃນໄລຍະ 10 ປີຜ່ານມາໂຄງການຮາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິສະວະກອນໜຸ່ມ ຢູ່ປະເທດລາວຍັງໄດ້ປະສານສົມທົບກັບມູນນິທິຮອນດາໃນການຄຸ້ມຄອງເຄື່ອຂ່າຍອະດີດຜູ້ໄດ້ຮັບຮາງວັນໄດ້ຈັດຕັ້ງຫ້ອງການຄຸ້ມຄອງບັນດາຜູ້ທີ່ໄດ້ຮັບຮາງວັນ ຢູ່ຄະນະ ວິສະວະກຳສາດ ພ້ອມທັງຈັດກອງປະຊຸມແລກປ່ຽນບົດຮຽນ ແລະນຳສົ່ງຜູ້ທີ່ໄດ້ຮັບຮາງວັນເຂົ້າຮ່ວມກອງປະຊຸມກັບມູນນິທິຮອນດາ ຈຳນວນ 19 ຄັ້ງ, ເວົ້າລວມແລ້ວ ໂຄງການຮາງວັນຮອນດາ ເປັນໂຄງການທີ່ນຳເອົາຜົນປະໂຫຍດທີ່ໃຫຍ່ຫຼວງມາສູ່ນັກສຶກສາລາວ ແລະເພື່ອເປັນການຮັດແໜ້ນການຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ອີກດ້ວຍ.
ໃນໂອກາດດຽວກັນ, ທ່ານ ຮສ. ປອ. ກອງສີ ແສງມະນີ ກໍເປັນກຽດຂຶ້ນກ່າວຄຳເຫັນຕໍ່ທີ່ປະຊຸມ ບາງຕອນທ່ານກ່າວວ່າ: ໃນໄລຍະຜ່ານມາກະຊວງສຶກສາທິການ ແລະກີລາ ໄດ້ຖືເອົາວຽກງານການສຶກສາອົບຮົມແນວຄິດພະນັກງານ-ຄູອາຈານ, ນັກຮຽນ, ນັກສຶກສາ ໃນທົ່ວຂະແໜງການສຶກສາເປັນບັນຫາສຳຄັນ ພ້ອມກັນນັ້ນ ກໍໄດ້ມີການປັບປຸງພື້ນຖານໂຄງລ່າງການສຶກສາ, ອຸປະກອນການຮຽນ-ການສອນ ແລະພັດທະນາຄຸນະພາບຂອງອາຈານໃຫ້ດີຂຶ້ນ. ຮາງວັນຮອນດາສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ທີ່ມູນນິທິຮອນດາໄດ້ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໃນຕະຫຼອດໄລຍະ 10 ປີ ທີ່ຜ່ານມາ ແມ່ນເປັນການປະກອບສ່ວນຢ່າງຫຼວງຫຼາຍໃນການພັດທະນາ ຄຸນະພາບການສຶກສາ ໂດຍສະເພາະແມ່ນ ຄະນະວິສະວະກຳສາດ ແລະສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ. ຈາກການຊ່ວຍເຫຼືອດັ່ງກ່າວ ໃນນາມກະຊວງສຶກສາທິການ ແລະກີລາ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງທ່ານປະທານ ມູນນິທິຮາງວັນຮອນດາ ທີ່ໄດ້ສ້າງໂອກາດໃຫ້ນັກສຶກສາໄດ້ມີຫົວຄິດປະດິດສ້າງທາງດ້ານວິທະຍາສາດ ແລະເທັກໂນໂລຊີ ແລະຫວັງຢ່າງຍິ່ງວ່າໃນອະນາຄົດຈະມີການຮ່ວມມືກັນຢ່າງແໝ້ນແກ່ນ.
ສຳລັບນັກສຶກສາ ທີ່ຮັບຮາງວັນໃນສົກສຶກສາ 2016-2017 ມີ 2 ຄົນຄື: ທ້າວ ລັດຕະນະ ສິລິສົມຈັນ ຈາກພາກວິຊາ ວິສະວະກຳໂຍທາ ແລະທ້າວ ສາຍຟ້າ ຣາຊາວົງ ຈາກພາກວິຊາ ວິສະກຳໄຟຟ້າ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະໄດ້ຮັບຫຼຽນຮາງວັນ ພ້ອມທຶນການສຶກສາຜູ້ລະ 3.000 ໂດລາສະຫະລັດ.