ຄສປ ຈັດງານພົບປະ ອະດີີດນັກສຶກສາເຄຫາ

1508472097 tmp IMG 9051

1508472097 tmp IMG 9051

ໃນວັນທີ 14 ຕຸລາ 2017 ທີ່ຜ່ານມາ, ຄະນະ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີພົບປະອະດີດນັກສຶກສາ ເຄຫະ ທີ່ຄະນະ ສະຖາປັດຕະຍະກຳສາດ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຫຼື້ອມ ສີສຸລາດ ອະດີດຜູ້ອຳນວຍການໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ ວຽງຈັນ, ຜູ້ຊ່ວຍລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຮສ. ມະໂນລົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ, ຮອງຄະນະບໍດີ, ມີບັນທ່ານຫົວໜ້າຫ້ອງການ, ພະນັກງານ-ຄູອາຈານ ແລະອະດີດນັກສຶກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ມະໂນລົດ ພິນິດ ກໍໄດ້ກ່າວສະແດງຄວາມຄິດເຫັນວ່າ: ເປັນເວລາເກືອບ 30 ປີ ທີ່ອ້າຍ-ນ້ອງ ອະດີດນັກສຶກສາເຄຫາ ຮຸ່ນທີ 5 ໄດ້ສຳເລັດການສຶກສາຈາກສະຖາບັນການສຶກສາຈາກ ໂຮງຮຽນເຄຫາສະຖານວຽງຈັນ (ໂຮງຮຽນເຄຫະສະຖານວຽງຈັນ ເມື່ອກ່ອນຕັ້ງຢູ່ ບ້ານ ດົງປ່າລານ, ຫຼັງຈາກນັ້ນ ໄດ້ປ່ຽນຊື່ມາເປັນ ພາກວິຊາ ກໍ່ສ້າງຂົວທາງ ຂຶ້ນກັບ ຄະນະ ວິສະວະກຳສາດ ແລະແຍກຕົວອອກມາເປັນ ຄະນະ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໃນປັດຈຸບັນ) ມີນັກສຶກສາຫຼາຍໆຄົນທີ່ປະສົບຜົນສຳເລັດໃນໜ້າທີ່ການງານ ແລະໄດ້ນຳໃຊ້ຄວາມຮູ້, ຄວາມສາມາດ ທີ່ຕົນເອງໄດ້ສຶກສາຮໍ່າຮຽນມາ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລ; ໃນນາມທີ່ຂ້າພະເຈົ້າ ເຄີຍເປັນອາຈານໄດ້ສິດສອນບັນດາອະດີດນັກສຶກສາ ກໍຂໍສະແດງຄວາມຂອບໃຈຢ່າງສູງ ສຳລັບການຈັດງານພົບປະສາມັກຄີເພື່ອເປັນຫວນຄືນອະດີດຂອງບັນດາສະຫາຍທີ່ໄດ້ສຶກສາຮໍ່າຮຽນຮ່ວມກັນ ພ້ອມນັ້ນ ກໍຂໍກ່າວສະແດງຄວາມຂອບໃຈໃນການສະໜັບສະໜູນອຸປະກອນ ຕ່າງໆທີ່ບັນພວກສະຫາຍໄດ້ນຳມາມອບ ໃນຄັ້ງນີ້.

ສຳລັບງານດັ່ງກ່າວ ນອກຈາກເປັນການຫວນຄືນສູ່ອະດີດລະຫວ່າງເພື່ອນຮ່ວມສະຖາບັນດຽວກັນແລ້ວ ສະມາຄົມ ຄອບຄົວເຄຫະ ຮຸ່ນທີ 5 ຍັງໄດ້ນຳເອົາອຸປະກອນສື່ການຮຽນ-ການສອນ ມອບໃຫ້ແກ່ຄະນະ ສະຖາປັດຕະຍະກຳສາດ ປະກອບມີ: ຄອມພີວເຕີຕັ້ງໂຕະ ຈຳນວນ 3 ຊຸດ, ເຄື່ອງສາຍໂປຣເຈັກເຕີ ຈຳນວນ 5 ໜ່ວຍ ແລະເຮັດປ້າຍຊື່ຄະນະ ລວມມູນຄ່າ ການຊ່ວຍທັງໝົດ 70,000,000 ກີບ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.