ສານອວຍພອນວັນຄູ ແຫ່ງຊາດ ທີ 7 ຕຸລາ ຄົບຮອບ 23 ປີ(7 ຕຸລາ 1994 – 7 ຕຸລາ 2017)

1504171722 tmp IMG 9473

1504171722 tmp IMG 9473

ຂ້າພະເຈົ້າ ສຈ. ປອ. ສົມສີ ຍໍພັນໄຊ ໃນນາມຄະນະພັກ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ໃນໂອກາດ ວັນຄູແຫ່ງຊາດ ທີ່ເຕັມໄປດ້ວຍບັນຍາກາດ ໄມຕີຈິດມິດຕະພາບ ຜູກແໜ້ນຄວາມສາມັກຄີລະຫວ່າງ ບັນດາພະນັກງານ-ຄູອາຈານ ທັງຜູ້ອາວຸໂສ ແລະບໍານານ. ວ່າການອະທິການບໍດີ ຂໍຝາກສານອວຍພອນໄຊໃຫ້ແກ່ພວກທ່ານທັງໝົດທຸກໆຄົນ ທາງຜູ້ຢູ່ໃກ້ ແລະຢູ່ໄກ, ຜູ້ກຳລັງສຶກສາຄົ້ນຄວ້າຮໍ່າຮຽນຢູ່ຕ່າງປະເທດ ຫຼື ພາຍໃນປະເທດ ທົ່ວມະຫາວິທະຍາໄລແຫ່ງຊາດ ເວົ້າສະເພາະ ເວົ້າລວມກໍ່ແມ່ນ ພະນັກງານ-ຄູອາຈານທັງໝົດ ທົ່ວປະເທດລາວ ຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຂວັນຍືນ, ມີຜົນສຳເລັດໃນໜ້າທີ່ການງານ ແລະຄອບຄົວ, ມີພາລະນາໄມສົມບູນ, ມີຄວາມຫ້າວຫັນຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ແກ່ຊາດ, ສືບຕໍ່ສຶກສາອົບຮົມລູກຫຼານ, ນ້ອງນັກຮຽນ-ນັກສຶກສາ ໃຫ້ກາຍເປັນຜູ້ສືບທອດ ແລະເປັນໜໍ່ແໜ່ງຂອງຊາດ ໃນອະນາຄົດ.

                                                                                     

                                                                                                                     ອະທິການບໍດີ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.