ຄສສ ຕ້ອນຮັບການຢ້ຽມຢາມ ແລະໂອ້ລົມຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ

ໃນຕອນບ່າຍ ວັນທີ 19 ຕຸລາ 2017 ນີ້, ຄະນະ ສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະຮັບຟັງການໂອ້ລົມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດຕ້ອນຮັບນໍາໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າພາກວິຊາ, ພະນັກງານ-ຄູອາຈານ ແລະນັກສຶກສາ ຈາກຄະນະສຶກສາສາດ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນຳ ມະຫາວິທະຍາໄລແຫ່ງຊາດ, ຄະນະນໍາ, ພະນັກງານ-ຄູອາຈານ ແລະນັກສຶກສາ ຄະນະສຶກສາສາດ ມີເນື້ອໃນບາງຕອນກ່າວວ່າ: ຄະນະສຶກສາສາດ ຕ້ອງກຳແໜ້ນແຜນພັດທະນາຄຸນະພາບການສຶກສາ, ວິໄສທັດ ແລະແຜນຍຸດສາດ ໃຫ້ໄດ້ເພາະຖືວ່າເປັນການວາງແຜນພັດທະນາທາງດ້ານການສຶກສາໃຫ້ມີຄຸນະພາບດີຂຶ້ນ ຕາມຄຳຂວັນຂອງຄະນະທີ່ວ່າ “ຄູສ້າງຄົນ, ຄົນສ້າງຊາດ, ສຶກສາສາດສສ້າງຄູ”, ນຳພານັກສຶກສາສ້າງຂະບວນການເຄື່ອນໄຫວໂດຍການນຳເອົານັກສຶກສາລົງເຮັດກິດຈະກຳ (ສອນຕົວຈິງ) ຕາມໂຮງຮຽນຕ່າງໆໃນເຂດນອກ ເຊິ່ງໃນນີ້ ອາດມີການຮ່ວມມືກັບໂຄງການ ຍົກສູງຄຸນະພາບການສຶກສາໃນເຂດຫ່າງໄກສອກຫຼີກ ທີ່ກະຊວງສຶກສາທິການ ແລະກີລາ ກຳລັງດຳເນີນໂຄງການຢູ່; ເຊິ່ງປັດຈຸບັນສາມາດປະຕິບັດໂຄງການໄດ້ 17 ເມືອງ, ສາມາດສ້າງເຮືອນພັກເຊົາໃຫ້ແກ່ຄູ-ອາຈານ ແລະນັກຮຽນ; ມະຫາວິທະຍາໄລແຫ່ງຊາດ ຄວນມີຫຼັກສູດສາກົນ ເພື່ອຮອງຮັບນັກສຶກສາຈາກຕ່າງປະເທດ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກ ກ່ຽວກັບບັນຫາຮ້ານກິນດື່ມ-ຮ້ານບັນເທີງ ທີ່ຢູ່ໃກ້ມະຫາວິທະຍາໄລແຫ່ງຊາດ ຄວນມີການປັບປຸງ-ແກ້ໄຂ ເພື່ອບໍ່ໃຫ້ເປັນບ່ອນມົ້ວສຸມ. ນອກນັ້ນ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາ ຍັງໄດ້ເປີດໂອກາດໃຫ້ແກ່ ພະນັກງານ-ຄູອາຈານ ແລະນັກສຶກສາ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບວຽກງານການສຶກສາ.
ໃນຕອນທ້າຍພິທີ ທ່ານ ຮສ. ປອ. ຄຳແສງ ທະລັງສີ ຮອງຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນມອບກະຕ່າດອກໄມ້ອວຍພອນ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຢ້ອນຫຼັງເນື່ອງໃນໂອກາດ ວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 23 ປີ ອີກດ້ວຍ.
ພາບບັນຍາກາດ