ສລຍ ເປີດຫຼັກສູດຝຶກອົບຮົມພັດທະນາທັກສະການບໍລິຫານສຳລັບຜູ້ປະກອບກິດຈະການ “Keiei-Juku” ຮຸ່ນທີ I

ໃນຕອນເຊົ້າ ວັນທີ 23 ຕຸລາ 2017 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ) ໄດ້ຈັດພິທີເປີດຫຼັກສູດຝຶກອົບຮົມການພັດທະນາທັກສະການບໍລິຫານສຳລັບຜູ້ປະກອບກິດຈະການ“Keiei-Juku”ຮຸ່ນທີ I ໂດຍການຮ່ວມມືລະຫວ່າງສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ ແລະອົງການໄຈກ້າທີ່ຫ້ອງປະຊຸມສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ, ໂດຍການເປັນປະທານຂອງທ່ານ Takeshi HIKIHARA ເອກອັກຄະລັດຖະທູດຢີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ, ມີບັນຜູ້ຕາງໜ້າຈາກອົງການໄຈກ້າປະຈຳລາວ, ແຂກທີ່ຖືກເຊີນ, ພະນັກງານ-ຄູອາຈານ ແລະນັກສຳມະນາກອນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ Takeshi HIKIHARA ໄດ້ກ່າວເປີດພິທີ, ບາງຕອນທ່ານກ່າວວ່າ: ຕາມເປົ້າໝາຍ ແລະແຜນພັດທະນາເສດຖະກິດຂອງ ສປປ ລາວ ທີ່ໄດ້ວາງໄວ້ນັ້ນ ແມ່ນແນ່ໃສ່ພັດທະນາເສດຖະກິດແບບຍືນຍົງ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະຄວາມດ້ອຍພັດທະນາໃນປີ 2020, ເມື່ອເຫັນໄດ້ຄວາມສຳຄັນດັ່ງກ່າວ ລັດຖະບານຢີ່ປຸ່ນ ຈຶ່ງມີຄວາມສົນໃຈ ໃນການຊ່ວຍພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ໂດຍນຳໃຊ້ປະສົບການທີ່ໄດ້ຮັບຜົນສຳເລັດຜ່ານມາ, ຫຼັກສູດ“Keiei-Juku” ກໍເປັນຫຼັກສູດໜຶ່ງທີ່ຈະຊ່ວຍເສີມສ້າງ ຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ເປັນການຍົກລະດັບການສຶກສາ ແລະສ້າງນັກບໍລິຫານລະດັບສູງອີກດ້ວຍ. ພວກເຮົາຫວັງວ່າ ໃນການຮ່ວມມືຄັ້ງນີ້ ຈະຊ່ວຍສ້າງບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ ອອກມາຮັບໃຊ້ສັງຄົມເພີ່ມຂຶ້ນ.
ຫຼັກສູດເຄອິຈຸກຸ “Keiei-juku” ແມ່ນຫຼັກສູດພັດທະນາທັກສະການບໍລິຫານລະດັບສູງຂອງບໍລິສັດ, ສອນໂດຍຊ່ຽວຊານທີ່ມີປະສົບການສູງສະເພາະດ້ານຈາກປະເທດຢີ່ປຸ່ນ, ຄຳວ່າ “Keiei-juku” ແມ່ນພາສາຢີ່ປຸ່ນທີ່ມີຄວາມໝາຍວ່າ ໂຮງຮຽນການບໍລິຫານ ສ້າງຂຶ້ນສຳລັບຜູ້ບໍລິຫານຂອງບໍລິສັດຢີ່ປຸ່ນ, ຊຶ່ງການຮຽນ-ການສອນແມ່ນເນັ້ນໃສ່ຮຽນຮູ້ ແລະພັດທະນາດ້ວຍຕົນເອງຂອງປະທານ ແລະຜູ້ບໍລິຫານບໍລິສັດ, ໂດຍມີການແນະນຳຄົບຖ້ວນຈາກຜູ້ຊ່ຽວຊານສະເພາະດ້ານ. ສຳລັບຫຼັກສູດດັ່ງກ່າວ ແມ່ນຈະໃຊ້ເວລາຮຽນທັງໝົດ 6 ເດືອນ ໂດຍແຕ່ລະເດືອນຈະໃຊ້ເວລາຮຽນທັງໝົດ 1 ອາທິດ ສ່ວນອີກ 3 ອາທິດພາຍໃນເດືອນນັ້ນ ແມ່ນໃຫ້ຜູ້ຝຶກອົບຮົມໄດ້ນຳທິດສະດີໄປໃຊ້ໃນການວາງແຜນການພັດທະນາວຽກງານຕົວຈິງໃນບໍລິສັດຂອງຕົນເອງ, ຫຼັງຈາກຝຶກຝົນຄົບຕາມຫຼັກສູດແລ້ວ ນັກສຳມະນາກອນທັງໝົດຈະໄດ້ໄປທັດສະນະສຶກສາຢູ່ປະເທດຢີ່ປຸ່ນເປັນເວລາ 2 ອາທິດ; ສຳລັບວິຊາຮຽນປະກອບມີ: ຍຸດທະສາດການບໍລິຫານບຸກຄະລາກອນ, ຍຸດທະສາດການບໍລິຫານການເງິນ, ຍຸດທະສາດການຕະຫຼາດ, ການພັດທະນາແຜນທຸລະກິດ ແລະທ້າຍສຸດຂອງການຝຶກອົບຮົມ ແມ່ນຈັດກອງປະຊຸມລາຍງານຜົນ ແລະຖອດຖອນບົດຮຽນ.
ພາບບັນຍາກາດ