ອົງຄະນະພັກ ມຊ ເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງ ໄລຍະສັ້ນ 45 ວັນ

ໃນຕອນເຊົ້າວັນທີ 10 ຕຸລາ 2017 ຜ່ານມານີ້, ອົງຄະນະພັກ ມຊ ໄດ້ມີພິທີເປີດຊຸດເຝິກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຊຸດທີ XI ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ຄະນະປະຈຳພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ສະໜຸດທອງ ສົມພານິດ ຄະນະພັກ ຮອງຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ທ່ານຮອງອະທິການບໍດີ, ມີບັນດາທ່ານ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າ ແລະຮອງຫົວໜ້າ ຫ້ອງການ, ເລຂາຄະນະພັກຮາກຖານ ແລະສະມາຊິກພັກເຂົ້າຮ່ວມ.
ການເປີດຊຸດເຝິກອົບຮົມໃນຄັງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ຂອງສະມາຊິກພັກ-ພະນັກງານຫຼັກແຫຼ່ງ, ພະນັກງານນຳພາກ່ຽວກັບພື້ນຖານທິດສະດີມາກ-ເລນິນ, ເຊື່ອມຊືມ ແລະກຳແໜ້ນແນວທາງການເມືອງຂອງພັກໃນໄລຍະໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ; ເພື່ອໃຫ້ສະມາຊິກພັກ ພະນັກງານທີ່ເຂົ້າຮ່ວມເຝິກອົບຮົມໄດ້ເຊື່ອມຊືມເປັນຕົ້ນແມ່ນແນວທາງປ່ຽນແປງໃໝ່, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຢ່າງເລິກເຊິ່ງ ແລະເພື່ອໃຫ້ພະນັກງານສະມາຊິກພັກຍົກລະດັບບຳລຸງທິດສະດີເທື່ອລະກ້າວໃຫ້ທົ່ວເຖິ່ງກັນ.
ການເຝິກອົບຮົມໃນຄັ້ງນີ້ແມ່ນຈະດຳເນີນແຕ່ວັນທີ 10 ຕຸລາ ຫາ 13 ທັນວາ 2017, ເຊິ່ງມີວິຊາຮຽນທັງໝົດ 5 ວິຊາຄື: ວິຊາ ປັດຊະຍາ ມີ 8 ບົດ; ວິຊາເສດຖະສາດການເມືອງມີ 8 ບົດ; ວິຊາ ລັດທິສັງຄົມນິຍົມວິທະຍາສາດມີ 10 ບົດ; ວິຊາ ບໍລິຫານສາດ ມີ 8 ບົດ ແລະ ວິຊາ ກໍ່ສ້າງພັກ ມີ 5 ບົດ. ໃນການເຝິກອົບຮົມຄັ້ງນີ້ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 100 ຄົນ.