ພິທີປາຖະກະຖາ ຄວາມແຕກຕ່າງການອອກສຽງພະຍັນຊະນະພາສາໄທລື້ (ສິບສອງພັນນາ), ພາສາລາວ ແລະພາສາໄທ

1509074992 tmp IMG 9476

1509074992 tmp IMG 9476

            ໃນຕອນບ່າຍ ວັນທີ 26 ຕຸລາ 2017 ຜ່ານມານີ້, ສູນຄົ້ນຄວ້າຈີນ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາ ໃນຫົວຂໍ້ “ຄວາມແຕກຕ່າງການອອກສຽງພະຍັນຊະນະພາສາໄທລື້ (ສິບສອງພັນນາ), ພາສາລາວ ແລະພາສາໄທ” ໂດຍການປາຖະກະຖາຂອງທ່ານ ສຈ. ປອ. ລູ້ເຊິ່ງ ຄະນະບໍດີ ຄະນະອາຊີອາຄະເນ ມະຫາວິທະຍາໄລຊົນເຜົ່າຢຸນນານ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມຮັບຟັງການປາຖະກະຖາຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານຫົວໜ້າຫ້ອງການ, ພະນັກງານ-ຄູອາຈານ ທີ່ກ່ຽວຂ້ອງ ແລະນັກສຶກສາຈາກພາກວິຊາພາສາຈີນ ຄະນະອັກສອນສາດເຂົ້າຮ່ວມຮັບຟັງ.

          ໃນພິທີ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ໄດ້ໃຫ້ກຽດກ່າວເປີດພິທີວ່າ: ໃນຫົວຂໍ້ປາຖະກະຖາໃນຄັ້ງນີ້ ຖືວ່າເປັນຫົວຂໍ້ທີ່ໜ້າສົນໃຈເຊິ່ງການໃຊ້ພາສາລາວ, ພາສາໄທ ແລະພາສາໄທລື້ ຖືວ່າມີຄວາມຄ້າຍຄືກັນໃນການປາກເວົ້າ ຫຼື ຂີດຂຽນ ເຊິ່ງມັນໄດ້ສະແດງໃຫ້ເຫັນສາຍພົວພັນ ແລະວັດທະນະທຳທີ່ມີຄວາມໃກ້ຄຽງກັນຄືກັບພາສາ; ພ້ອມນັ້ນ ໃນນາມຕາງໜ້າໃຫ້ແກ່ຄະນະນຳ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ສຈ. ປອ. ລູ້ເຊິ່ງ ທີ່ໄດ້ເປັນກຽດມາປາຖະກະຖາ ແລະໃຫ້ຄວາມຮູ້ໃນຄັ້ງນີ້.

          ທ່ານ ສຈ. ປອ. ລູ້ເຊິ່ງ ເປັນຄົນຊົນເຜົ່າລື້, ເປັນອາຈານສອນທີ່ພາກວິຊາ ພາສາໄທ ຄະນະອາຊີອາຄະເນ, ປັດຈຸບັນເປັນຄະນະບໍດີ ຄະນະອາຊີອາຄະເນ ມະຫາວິທະຍາໄລຊົນເຜົ່າຢຸນນານ, ສຳລັບວຽກງານຕົ້ນຕໍທີ່ທ່ານ ຮັບຜິດຊອບແມ່ນສິດສອນ, ຄົ້ນຄວ້າພາສາໄທ ແລະຄົ້ນຄວ້າວັນນະຄະດີຊົນເຜົ່າຕົ້ງ, ຊົນເຜົ່າລື້, ເປັນປະທານໂຄງການກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນໜຶ່ງໂຄງການຄື: ອັກຂະລະວິຖີພາສາລື້ເກົ່າສິບສອງພັນນາ ທັງເປັນປະທານຄະນະກຳມະການ ກິຕິມາສັກແຜນວິທະຍາສາດການສຶກສາ. ສຳລັບການປາຖະກະຖາໃນຄັ້ງນີ້ ທ່ານ ສຈ. ປອ. ລູ້ເຊິ່ງ ໄດ້ຍົກໃຫ້ເຫັນ ການອອກສຽງຂອງ 3 ພາສາທີ່ຄ້າຍຄືກັນ ພ້ອມທັງວິທີການຂຽນທັງຮູບແບບເກົ່າ ແລະຮູບແບບໃໝ່.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.