ກອງປະຊຸມພົບປະຄັ້ງທີ 2 ຂອງສຳນັກງານCONFRASIE ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ
1509350741 tmp IMG 1648

1509350741 tmp IMG 1648

                  ໃນວັນທີ 26 ຕຸລາ 2017, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຄັ້ງທີ 2 ຂອງສຳນັກງານ CONFRASIE ແລະກອງປະຊຸມລະດັບພາກພື້ນຂອງບັນດາອະທິການບໍດີມະຫາວິທະຍາໄລ ສະມາຊິກຂອງອົງການມະຫາວິທະຍາໄລ ຝຣັ່ງໂກໂຟນີ (AUF) ໃນຂົງເຂດອາຊີ-ປາຊີຟິກ (CONFRASIE), ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງການສາຂາອົງການປະຈຳນະຄອນຫຼວງວຽງຈັນ ທີ່ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດໂດຍມີສະມາຊິກ 11 ພາກສ່ວນເຂົ້າຮ່ວມ ພາຍໃຕ້ການເປັນປະທານຂອງທ່ານ ສຈ Nguyen NgocDien ປະທານສຳນັກງານ CONFRASIE ແລະທັງເປັນຮອງອະທິການບໍດີ ມະຫາວິທະຍາໄລເສດຖະສາດ ແລະນິຕິສາດຂຶ້ນກັບມະຫາວິທະຍາໄລແຫ່ງຊາດຫວຽດນາມປະຈຳນະຄອນໂຮ່ຈິມິນ. ສຳລັບ ສປປ ລາວ ມີຜູ້ຕາງໜ້າຈາກສອງມະຫາວິທະຍາໄລທີ່ເປັນສະມາຊິກເຂົ້າຮ່ວມຄືທ່ານ ຮສ. ລຳໄມ ພິພັກຂະວົງ ທີ່ປຶກສາອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທັງເປັນຮອງປະທານສຳນັກງານ CONFRASIE ແລະທ່ານ ສຈ. ປອ. ພູທອນ ວັງກອນວິໄລ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະປັດຈຸບັນເປັນສະມາຊິກສຳຮອງປະຈຳສະພາບໍລິຫານຂອງອົງການ AUF.

               ກອງປະຊຸມຄັ້ງນີ້ ເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ທົບທວນຄືນວຽກງານທີ່ໄດ້ປຶກສາຫາລືກັນຢູ່ໃນວາລະກອງປະຊຸມສະມັດຊາໃຫຍ່ຂອງອົງການ AUF ຄັ້ງທີ່ຜ່ານມາ ທີ່ໄດ້ຈັດຂຶ້ນທີ່ເມືອງ ມາຣາເກັດຊ໌ ແລະມີການຖ່າຍໂອນສະຖາບັນແພດເຂດຮ້ອນຝຮັ່ງໂກໂຟນນີ IFMT ໃຫ້ແກ່ລັດຖະບານລາວ. ນອກນີ້ບັນດາສະມາຊິກຍັງໄດ້ແລກປ່ຽນຄວາມຄິດ ເຫັນກ່ຽວກັບການຈັດຕັ້ງປະຕິບັດຍຸດຖະສາດ 2017-2021 ຂອງອົງການ AUF ໃນຂົງເຂດອາຊີ-ປາຊີຟິກ, ມູມມອງ ກ່ຽວກັບເຄືອຄ່າຍສາກົນ ແລະຄູ່ຮ່ວມມື, ການລົງນາມຫວ່າງບໍ່ດົນມານີ້ໃນຂອບຂໍ້ຕົກລົງກັບສະມາຄົມການສຶກສາ ເພື່ອການແລກປ່ຽນສາກົນຂອງປະເທດຈີນ (CEAIE).

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.