ມຊ ສໍາພາດນັກສຶກສາທຶນ ທູດ ສປ ຈີນ. ປະຈໍາສົກສຶກສາ 2017-2018

1512718580 tmp IMG 9624

1512718580 tmp IMG 9624

          ໃນຕອນເຊົ້າ ວັນທີ 8 ທັນວາ 2017 ນີ້, ທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ຄະນະ ກໍາມະການຮັບຊອບທຶນການສຶກສາປະຈໍາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສໍາພາດຄັດເລືອກເອົານັກສຶກສາຜູ້ທີ່ມີເງື່ອນໄຂທີ່ຈະໄດ້ຮັບທຶນ ທູດ ສປ ຈີນ ໂດຍມີນັກສຶກສາເຂົ້າຮ່ວມສໍາພາດທັງໝົດ 60 ກວ່າຄົນ ທີ່ມາຈາກ ຄະນະວິຊາຕ່າງໆ ອ້ອມຂ້າງມະຫາໄລແຫ່ງຊາດ, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

         ທຶນ ທູດ ສປ ຈີນ. ເປັນທຶນການສຶກສາທີ່ໃຫ້ການຊ່ວຍເຫຼືອແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ, ໂດຍສະເພາະ ແມ່ນນັກສຶກສາທີ່ຄອບຄົວທຸກຍາກຂາດເຂີນ, ມາຈາກຫ່າງໄກສອກຫຼີກ ແຕ່ຄຸນສົມບັດດີ, ຮຽນດີ-ຮຽນເກັ່ງ ແລະມີຄວາມດຸໝັ່ນໃນການຄົ້ນຄວ້າຮໍ່ງຮຽນ. ສໍາລັບສົກຮຽນນີ້ ເປັນຊຸດທີ 4 ຂອງການໃຫ້ທຶນຈາກ ທູດ ສປ ຈີນ, ປີນີ້ ຄະນະກໍາມະການຜູ້ຮັບຜິດຊອບທຶນຈະຄັດເອົາພຽງ 50 ຄົນເທົ່ນນັ້ນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.