ຄະນະນໍາ ມຊ ຕ້ອນຮັບ ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຫວຽດນາມ

1516004084 tmp IMG 3602

1516004084 tmp IMG 3602

         ໃນຕອນເຊົ້າ ວັນທີ 12 ມັງກອນ 2018 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຮສ. ປອ. Nguyen Hoang Hai ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຫວຽດນາມ ພ້ອມຄະນະ, ມີທ່ານຄະນະບໍດີ ຄະນະວິທະຍາສາດສັງຄົມ, ຄະນະວິສະວະກໍາສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດເຂົ້າຮ່ວມ.

          ຈຸດປະສົງການຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ ຂອງຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຫວຽດນາມຄັ້ງນີ້, ແມ່ນເພື່ອສືບຕໍ່ເຊັນບົດບັນທຶກຊ່ວຍຈໍາ(MOU) ກັບ ມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນການຮ່ວມມືດ້ານວິຊາການ ເປັນຕົ້ນແມ່ນການແລກປ່ຽນ ພະນັກງານ ຄູອາຈານ, ການຄົ້ນຄວ້າວິໄຈ ເຊິ່ງກັນ ແລະກັນ; ໂດຍສະເພາະແມ່ນ 4 ຄະນະທີ່ກ່ຽວຂ້ອງຄື ຄະນະວິທະຍາສາດສັງຄົມ, ຄະນະວິສະວະກໍາສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.