ສລຍ ຈັດພິທີສະເຫຼີມ ສະຫຼອງບຸນປີໃໝ່ຍີ່ປຸ່ນປະຈຳປີ 2018

ໃນຕອນເຊົ້າ ວັນທີ 13 ມັງກອນ 2017 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2018 ທີ່ເດີນດ້ານໜ້າສະຖາບັນຕົນ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ Kazuhiro KUNO ອຸປະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ Yoshihara YONEYAMA ຫົົວໜ້າອົງການ JICA ປະຈໍາ ສປປ ລາວ, ມີທ່ານຮອງອະທິການບໍດີ, ຜູ້ອໍານວຍການ-ຮອງອໍານວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ຫົວໜ້າຫ້ອງການ, ບັນດາແຂກທີ່ຖືກເຊີນ, ພະນັກງານ-ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນກ່າວເປີດພິທີວ່າ: ການຈັດງານສະເຫຼີມສະຫຼອງບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2018 ແມ່ນຈັັດໂດຍສະຖາບັນ ພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ແລະໄດ້ຮັບການສະໜັບສະໜູນຈາກ ອົງການ JICA ແລະອົງການ JF ກໍຄືສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຈຸດປະສົງເພື່ອສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ ແລະເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ທາງດ້ານທິດສະດີຕິດພັນກັບຕົວຈິງ ເຮັດໜ້າທີ່ໃນການຄົ້ນຄວ້າວິທະຍາສາດທີ່ສາມາດນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເວົ້າລວມ; ເວົ້າສະເພາະ ກໍແມ່ນການພັດທະນາຄວາມເຂັ້ມແຂງຂອງພາກທຸລະກິດຂອງລາວ.
ນອກນັ້ນ, ພາຍໃນງານບັນດາແຂກທີ່ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະຂອງນັກສຶກສາ, ອາຈານອາສາສະໝັກຈາກປະເທດຍີ່ປຸ່ນ, ການເດີນແບບຂອງນັກສຶກສາປະລິນຍາໂທ ແລະການຟ້ອນ, ຮ້ອງເພງ, ເຕັ້ນ ຂອງນັກສຶກສາທີ່ຮຽນພາສາຍີ່ປຸ່ນ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ພິເສດສຳລັບການຈັດງານໃນປີນີ້ ຍັງມີການເປີດໃຫ້ເຂົ້າຊົມບ້ານຜີສິງ ເຊິ່ງສ້າງຄວາມຕື່ນເຕັ້ນ ແລະສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມງານຢ່າງມ່ວນຊື່ນ.