ທີມງານສິລະປະ ສະໂມສອນນັກສຶກສາ ຊຸມນຸມສຸລິຍາສາກົນ ມະຫາວິທະຍາໄລທໍາມະສາດ ຣາຊະອານາຈັກໄທ ສະແດງຄອນເສີດ ທີ່ ມຊ

1516075230 tmp IMG 3733

1516075230 tmp IMG 3733

            ໃນຕອນແລງວັນທີ 12 ມັງກອນ 2018 ນີ້, ສະໂມສອນນັກສຶກສາຊຸມນຸມສຸລິຍາສາກົນຂອງມະຫາວິທະຍາໄລທໍາມະສາດ ຣາຊະອານາຈັກໄທ ໄດ້ມາສະແດງຄອນເສີດຢູ່ມະຫາວິທະຍາໄລແຫ່ງຊາດ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ວິທະຍາເຂດດົງໂດກ), ໂດຍການເຂົ້າຮ່ວມຂອງທ່ານ ຮສ.ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ນາຍແພດ ພັດທະລາວິນ ພັດທະລະນິທິມາ ຫົວໜ້າສະໂມສອນນັກສຶກສາ ຊຸມນຸມສຸລິຍາສາກົນຂອງມະຫາວິທະຍາໄລທໍາມະສາດ, ມີຫົວໜ້າຫ້ອງການ, ຄູອາຈານ ແລະນັກສຶກສາຄະນະວິຊາຕ່າງໆອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຊົມ.

          ໃນໂອກາດນີ້, ທ່ານ ຮສ. ນາຍແພດ ພັດທະລາວິນ ພັດທະລະນິທິມາ ໄດ້ຂຶ້ນກ່າວສະແດງຄວາມຮູ້ຮູ້ສຶກພາກພູມໃຈ ທີ່ໄດ້ມີໂອກາດມາສະແດງຄອນເສີດ ທີ່ມະຫາວິທະຍາໄລແຫ່ງຊາດລາວເປັນຄັ້ງທໍາອິດ, ພ້ອມທັງໄດ້ກ່າວປະຫວັດຄວາມເປັນມາໂດຍຫຍໍ້ ຂອງສະໂມສອນນັກສຶກສາ ຊຸມນຸມສຸລິຍາສາກົນວ່າ: ສະໂມສອນນັກສຶກສາ ຊຸມນຸມສຸລິຍາສາກົນ ຂອງ ມະຫາວິທະຍາໄລທໍາມະສາດ ໄດ້ກໍ່ຕັ້ງມາເປັນເວລາ 16 ປີແລ້ວ, ເຊິ່ງປະກອບມີນັກສະແດງ 80 ກວ່າຄົນ. ສະໂມສອນດັ່ງກ່າວໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງຫຼວງຫຼາຍ ເຊິ່ງໄດ້ມີການສະແດງໃນງານສໍາຄັນໆ ຂອງມະຫາວິທະຍາໄລທໍາມະສາດ ແລະຫຼາຍຈັງຫວັດໃນປະເທດໄທ. ສໍາລັບລາຍການທີ່ນໍາມາສະແດງທີ່ ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ລວມມີ 8 ລາຍການ.

          ໂອກາດດຽວກັນ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະຮູ້ສຶກດີໃຈເປັນພິເສດ ທີ່ມີໂອກາດຕ້ອນຮັບຄະນາຈານ ແລະທີມງານສິລະປະ ສະໂມສອນນັກສຶກສາ ຊຸມນຸມສຸລິຍາສາກົນ ຂອງ ມະຫາວິທະຍາໄລທໍາມະສາດ ທີ່ເດີນທາງມາຢ້ຽມຢາມ ແລະສະແດງຄອນເສີດໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກສຶກສາ ມະຫາວິທະຍາໄລແຫ່ງຊາດໄດ້ຮັບຊົມເປັນຄັ້ງທໍາອິດ, ທີ່ ສອງມະຫາວິທະຍາໄລ ໄດ້ຮ່ວມມືກັນຈັດກິດຈະກໍາສະແດງດົນຕີຂຶ້ນ, ຖືວ່າເປັນກິດຈະກໍາທີ່ດີໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ, ທັງເປັນການເສີມສ້າງສາຍພົວພັນທີ່ດີ ເຊິ່ງກັນ ແລະກັນ, ສະແດງເຖິງຄວາມສາມັກຄີ ຂອງສອງສະຖາບັນການສຶກສາ ກໍຄື ຂອງສອງປະເທດເພື່ອນບ້ານ ຖານໃກ້ເຮືອນຄຽງ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.