ພິທີເຊັນສັນຍາຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລສີປະທຸມ ຣາຊະອານາຈັກໄທ

ໃນຕອນບ່າຍ ວັນທີ 16 ມັງກອນ 2018 ນີ້, ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລສີປະທຸມ(ວິທະຍາເຂດຊົນບູລີ) ໄດ້ມີການເຊັນສັນຍາຮ່ວມມືກັນຂຶ້ນ ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຝ່າຍ ມະຫາວິທະຍາໄລແຫ່ງຊາດ ເຊັນໂດຍທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ, ຝ່າຍ ມະຫາວິທະຍາໄລສີປະທຸມ (ວິທະຍາເຂດຊົນບູລີ) ຣາຊະອານາຈັກໄທ ເຊັນໂດຍທ່ານ ຮສ. ປອ. ນາງ ບຸດສະບາ ໄຊຈິນດາ ຮອງອະທິການບໍດີ, ໃນພິທີມີທ່ານຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງໃນການເຊັນສັນຍາຮ່ວມມືລະຫວ່າງສອງມະຫວິທະຍາໄລຄັ້ງນີ້ແມ່ນເພື່ອແນໃສ່ການຮ່ວມມືກັນທາງດ້ານວິຊາການ, ການແລກປ່ຽນພະນັກງານ, ຄູ-ອາຈານ ແລະນັກສຶກສາ, ການເຮັດບົດຄົ້ນຄວ້າວິທະຍາສາດຮ່ວມກັນ. ນອກນັ້ນ, ພ້ອມທັງໄດ້ປຶກສາຫາລືກັນ ໃນການກະກຽມຄວາມພ້ອມຈັດກອງປະຊຸມທາງວິຊາການໃນອະນາຄົດອັນໃກ້ນີ້ ແລະໂອກາດດຽວກັນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ ແລະຄະນະນິເທດສາດ ມະຫາວິທະຍາໄລ ສີປະທຸມ ຣາຊະອານາຈັກໄທ ກໍໄດ້ມີການປຶກສາຫາລື ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະກັນ ກ່ຽວກັບການຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ນັກສຶກສາທັງສອງສະຖາບັນ.