ກອງປະຊຸມສຳມະນາ ກ່ຽວກັບວຽກງານບໍລິຫານບຸກຄະລາກອນໃນສະຖາບັນການສຶກສາຊັ້ນສູງຄັ້ງທີ II

1516326997 tmp IMG 0925

1516326997 tmp IMG 0925

           ໃນຕອນເຊົ້າ ວັນທີ 17 ມັງກອນ 2018 ນີ້, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ໂຄງການພັດທະນາຊັບພະຍາກອນມະນຸດ ຂອງມະຫາວິທະຍາໄລໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດກອງປະຊຸມ ສຳມະນາກ່ຽວກັບວຽກງານບໍລິຫານບຸກຄະລາກອນໃນສະຖາບັນການສຶກສາຊັ້ນສູງ ຄັ້ງທີ II ຂຶ້ນທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ເປົາໂລ ຜູ້ຊີ້ນຳໂຄງການ ພັດທະນາຊັບພະຍາກອນມະນຸດ ຂອງມະຫາວິທະຍາໄລໃນອາຊີຕາເວັນອອກສ່ຽງໃຕ້, ມີນັກສຳມະນາກອນຈາກ 5 ປະເທດ ຄື: ລາວ, ໄທ, ຫວຽດນາມ, ກຳປູເຈຍ ແລະປອກຕຸຍການ ຈຳນວນ 29 ທ່ານ ເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໄດ້ໃຫ້ວ່າ: ຈຸດປະສົງຂອງກອງປະຊຸມສຳມະນາ ກ່ຽວກັບວຽກງານບໍລິຫານບຸກຄະລາກອນໃນສະຖາບັນການສຶກສາຊັ້ນສູງ ຄັ້ງທີ II ຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງນັກສຳມະນາກອນທີ່ເຂົ້າຮ່ວມ, ເພື່ອຮຽນຮູ້ທິດສະດີກ່ຽວກັບການບໍລິຫານ ບຸກຄະລາກອນ ໃນສະຖາບັນການສຶກສາຊັ້ນສູງ; ເປັນຕົ້ນແມ່ນທິດສະດີຂອງນັກບໍລິຫານດ້ານບຸກຄະລາກອນທີ່ມີຊື່ສຽງຂອງໂລກ, ນຳສະເໜີໂດຍ ທ່ານ ເປົາໂລ ຜູ້ຊີ້ນຳໂຄງການ ພັດທະນາຊັບພະຍາກອນມະນຸດ ຂອງມະຫາວິທະຍາໄລໃນອາຊີຕາເວັນອອກສ່ຽງໃຕ້. ໃນກອງປະຊຸມຄັ້ງນີ້ ມີ 8 ມະຫາວິທະຍາໄລ ຈາກ 5 ປະເທດເຂົ້າຮ່ວມຄື: ມະຫາວິທະຍາໄລດານັງ, ມະຫາວິທະຍາໄລ ກຸຍເຍິນ ປະເທດຫວຽດນາມ; ມະຫາວິທະຍາໄລ ທຳມະສາດ, ມະຫາວິທະຍາໄລ ສົງຂານະຄະຣິນ ປະເທດໄທ; ມະຫາວິທະຍາໄລແຫ່ງຊາດລາວ; ມະຫາວິທະຍາໄລແຫ່ງຊາດ ພະນົມເປນ, ມະຫາວິທະຍາໄລ ສະເວລຽງ ປະເທດກຳປູເຈຍ ແລະ ມະຫາວິທະຍາໄລ ອີໂວລ່າ ປະເທດປອກຕຸຍການ.

         ກອງປະຊຸມຄັ້ງນີ້ແມ່ນມີທັງພາກທິດສະດີ ແລະການປະຕິບັດຕົວຈິງ ໂດຍນັກສໍາມະນາກອນ ຈະຮ່ວມກັນເຮັດກິດຈະກຳເພື່ອເປັນແນວທາງສຳລັບການສ້າງແຜນຍຸດທະສາດ, ໂຄງການໃນການພັດທະນາຊັບພະຍາກອນມະນຸດ ໃນອົງກອນ ຫຼື ມະຫາວິທະຍາໄລຂອງຕົນ; ນອກຈາກນີ້ ໃນໄລຍະຜ່ານມາ ມະຫາວິທະຍາໄລແຫ່ງຊາດຍັງໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ, ເຝິກອົບຮົມໄລຍະສັ້ນ ກ່ຽວກັບບັນດາຫົວຂໍ້ທີ່ສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ທີ່ໄດ້ຈັດຂຶ້ນຢູ່ປະເທດ ປອກຕຸຍການ ແລະອີຕາລີ; ພາຍຫຼັງທີ່ສໍາເລັດກອງປະຊຸມສໍາມະນາໃນຄັ້ງນີ້ ບັນດາຕົວແທນ ຂອງບັນດາມະຫາວິທະຍາໄລທີ່ເຂົ້າຮ່ວມ ຍັງຈະໄດ້ສືບຕໍ່ຂະຫຍາຍການຮ່ວມມືທາງດ້ານການພັດທະນາຊັບພະຍາກອນມະນຸດ ກັບບັນດາປະເທດໃນທະວີບເອີຣົບຕື່ມອີກ.

         ກອງປະຊຸມ ສໍາມະນາຄັ້ງທີ II ນີ້, ແມ່ນສືບຕໍ່ ຈາກຄັ້ງທີ I ທີ່ໄດ້ຈັດຂຶ້ນທີ່ປະເທດໄທໃນທ້າຍປີ 2017 ຜ່ານມາ, ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ (17 ຫາວັນທີ 19 ມັງກອນ 2018) ຈຶ່ງຈະໄດ້ປິດລົງ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.