ຫໍພັກບ້ານຊີເກມ ມຊ ສ້າງຂະບວນການອອກແຮງງານລວມ ຕ້ອນຮັບວັນສໍາຄັນ

ໃນຕອນບ່າຍ ວັນທີ 18 ມັງກອນ 2018 ນີ້, ຫ້ອງການຄຸ້ມຄອງຫໍພັກບ້ານຊີເກມ ໄດ້ສ້າງຂະບວນການ ອອກແຮງງານລວມພາຍໃນຂອບເຂດຫໍພັກບ້ານຊີເກມ, ນໍາພາໂດຍ ທ່ານ ອຈ. ຖາວົງ ວົງສໍລະເສີນ ຮອງຫົວໜ້າຫ້ອງການຄຸ້ມຄອງຫໍພັກບ້ານຊີເກມ ມະຫາວິທະຍາໄລແຫ່ງຊາດ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ພັກເຊົາຢູ່ໃນຫໍພັກບ້ານຊີເກມເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດປະສົງຂອງການອອກແຮງງານລວມຄັ້ງນີ້, ແມ່ນເພື່ອເປັນການສ້າງຂະບວນການຕອນຮັບວັນສ້າງຕັ້ງກອງທັບ ວັນທີ 20 ມັງກອນ ຄົບຮອບ 69 ປີ(1949-2018) ແລະກະກຽມຕ້ອນຮັບກອງປະຊຸມຫົວຂໍ້: ແຜນງານສໍາລັບການແຂ່ງຂັນນະວັດຕະກໍາຊາວໜຸ່ມກ່ຽວກັບການພັດທະນາ ແລະປົກຄອງພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ຈະເປີດຂຶ້ນໃນມໍ່ໆນີ້, ພ້ອມນັ້ນກໍຍັງ ເປັນການສ້າງກິດຈະກໍາໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນຫໍພັກບ້ານຊີເກມໄດ້ມີໂອກາດສ້າງກິດຈະກໍາຮ່ວມກັນ; ທັງເປັນການເພີ່ມທະວີ ຄວາມສາມັກຄີ-ຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເຮັດອະນາໄມ ບໍລິເວນຂອບເຂດຫໍພັກບ້ານຊີເກມໃຫ້ສະອາດງາມຕາ.