ພິທີ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ

ເພື່ອເປັນການຊົມເຊີຍ ແລະລະນຶກເຖິງມູນເຊື້ອປະຫວັດສາດຄວາມເປັນມາຂອງກອງທັບປະຊາຊົນລາວ ຄົບຮອບ 69 ປີ ແລະເພື່ອສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວ. ໃນຕອນບ່າຍ ວັນທີ 19 ມັງກອນ 2018 ນີ້, 3 ອົງການຈັດຕັ້ງ ມະຫາຊົນ ຊາວໜຸ່ມ, ກໍາມະບານ ແລະສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ປາຖະກະຖາຫວນຄືນມູນເຊື້ອກອງທັບປະຊາຊົນລາວ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ(1941-2018) ຂຶ້ນທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການໃຫ້ກຽດປາຖະກະຖາ ຂອງທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຮອງໄອຍະການ ສານປະຊາຊົນສູງສຸດ ຫົວໜ້າໄອຍະການທະຫານຂັ້ນສູງ, ເຂົ້າຮ່ວມໃນພິທີ ມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະບໍລິຫານງານຂອງຊາວໜຸ່ມ, ແມ່ຍິງ ແລະສະຫະພັນກໍາມະບານ, ພະນັກງານ, ຄູ-ອາຈານ ແລະຕົວແທນນັກສຶກສາຄະນະວິຊາຕ່າງໆອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ໄດ້ຍົກໃຫ້ເຫັນທາດແທ້ຂອງກອງທັບປະຊາຊົນລາວວ່າ: ກອງທັບປະຊາຊົນລາວ ແມ່ນເລີ່ມມາຈາກກອງກໍາລັງປະກອບອາວຸດຂອງປະຊາຊົນລາວບັນດາເຜົ່າ, ແມ່ນກອງທັບຂອງປະຊາຊົນ, ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່-ຂູດຮີດຂອງສັກດິນາ, ຕໍ່ສູ້ເພື່ອນໍາເອົາເອກະລາດ, ອໍານາດອະທິປະໄຕໃຫ້ແກ່ປະຊາຊົນພາຍໃຕ້ການຊີ້ນໍາໆພາຂອງພັກປະຊາຊົນ ປະຕິວັດລາວ ທັງສຶກສາອົບຮົມ ແລະເຝິກຝົນຫຼໍ່ຫຼອມໃຫ້ນັກຮົບມີທັດສະນະຫຼັກໝັ້ນ, ຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະມີແບບແຜນລະບຽບທີ່ເຂັ້ມງວດ ສົມວ່າເປັນກໍາລັງຂອງປະຊາຊົນ, ຊົນຊັ້ນຊາວຜູ້ອອກແຮງງານ ແລະເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ກອງທັບປະຊາຊົນລາວໄດ້ມີມູນເຊື້ອອັນສະຫງ່າງາມ, ອົງອາດກ້າຫານ, ມີຄວາມໃກ້ຊິດ ຕິດແທດສາມັກຄີຮັກແພງ ກັບປະຊາຊົນບັນດາເຜົ່າ, ຕໍ່ສູ້ບໍ່ຍອມຈໍານົນຕໍ່ສັດຕູ, ໃນພາລະກິດການຕໍ່ສູ້ຕ້ານສັດຕູຜູ້ມາຮຸກຮານ; ກອງທັບປະຊາຊົນລາວໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ຕໍ່ສູ້ເພື່ອປະຊາຊົນ, ຕໍ່ສູ້ເພື່ອປົດປ່ອຍປະເທດຊາດຍາດເອົາເອກະລາດ ອະທິປະໄຕຄືນມາສູ່ປະຊາຊົນລາວ, ພ້ອມກັນຍາດເອົາໄຊຊະນະມາໄດ້ຢາງສົມບູນ, ສືບຕໍ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບສຸກ, ສົມຊື່ວ່າ: ກອງທັບວິລະຊົນຂອງຊາດລາວ ວິລະຊົນຄົນພິລະອາດຫານ.