ມຊ ມອບເຄື່ອງໃຫ້ແກ່ຜູ້ຖືກຜົນກະທົບຈາກໄພນໍ້າຖ້ວມ ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ

IMG-20180904-WA0020

IMG-20180904-WA0020

ໃນເວລາ 11:00 ນາທີ ຂອງ ວັນທີ 4 ກັນຍາ 2018 ນີ້້, ຂະບວນການຊ່ວຍເຫຼືອໄພພິບັດ ຈາກ ມະຫາວິທະຍາໄລແຫ່ງຊາດ ໄດ້ເດີນທາງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ປະຊາຊົນທີ່ຖືກຜົນກະທົບນໍ້າຖ້ວມ ຢູ່ບ້ານນາກຽວ ເມືອງມະຫາໄຊ ແຂວງຄໍາມ່ວນ, ເຊິ່ງນໍາພາ ແລະກ່າວມອບໂດຍ ສະຫາຍ ກວນເພັດ ພວງມາລາ ຕາງໜ້າຈາກຫ້ອງການສັງລວມ, ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ມະຫາວິທະຍາໄລແຫ່ງຊາດ ແລະກ່າວຮັບໂດຍ ສະຫາຍ ບົວພັນ ແສງຈັນ ຮັກສາການ ເລຂາພັກເມືອງ, ເຈົ້າເມືອງ ເມືອງມະຫາໄຊ ແຂວງຄໍາມ່ວນ ພ້ອມດ້ວຍອໍານາດການປົກຄອງບ້ານ ບ້ານນາກຽວ, ຈໍານວນຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ມີ 102 ຄອບຄົວ, ມີຈໍານວນ 633 ຄົນ. ສໍາລັບເຄື່ອງຊ່ວຍເຫຼືອຄັ້ງນີ້ປະກອບມີ: ເຄື່ອງນຸ່ງຫົ່ມ, ອຸປະກອບການສຶກສາ, ອາຫານແຫ້ງ ແລະນໍ້າດື່ມ, ເຊິ່ງມູນຄ່າທັງໝົດ 50,000,000 ກີບ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.