ຄສວ ເປີດກອງປະຊຸມ ການນໍາສະເໜີໂຄງການ ສ້າງຄວາມສາມາດ ໃນການຈັດການ ຂີ້ເຫຍື້ອພລາສຕິກ

1536564825 tmp IMG 1459

1536564825 tmp IMG 1459

ໃນລະຫວ່າງ ວັນທີ 10-14 ກັນຍາ 2018 ນີ້, ທີ່ໂຮງແຮມ ນິວຣົດ (New Rose) ນະຄອນຫຼວງວຽງຈັນ, ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດກອງປະຊຸມ ການນໍາສະເໜີໂຄງການ ສ້າງຄວາມສາມາດ ໃນການຈັດການ ຂີ້ເຫຍື້ອ ພລາສຕິກ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມພິທີໂດຍທ່ານ ສາຍທອງ ທໍາມະວົງ ຮອງຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ທ່ານ ສຈ. ສະເຕຟານ ຊໍໂຮເຟີ ( Prof. Stefan Salhofer) ຫົວໜ້າໂຄງການ ການຈັດການຂີ້ເຫຍື້ອ ພລາສຕິກ “SAE Plastic Edu Erasmus project” ມີຜູ້ຕາງໜ້າຈາກກົມ, ຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາ ຈາກຄະນະວິທະຍາສາດສິ່ງແວດລ້ອມເຂົ້າຮ່ວມ.

          ໃນໂອກາດນີ້້ ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ. ໃນປັດຈຸບັນ ການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ ນັບມື້ນັບສູງຂຶ້ນ, ປະຊາກອນໃນຕົວເມືອງຕ່າງໆທົ່ວປະເທດເພີ່ມຂຶ້ນ, ສະນັ້ນຈຶ່ງເຮັດໃຫ້ການບໍລິໂພກ ແລະອຸປະໂພກມີຈໍານວນຫຼວງຫຼາຍ. ດັ່ງນັ້ນ ບັນດາສິ່ງເສດເຫຼືອ, ຂີ້ເຫຍື້ອ ພລາສຕິກຕ່າງໆ ກໍເພີ່ມຂຶ້ນຢ່າງໄວວາ. ດ້ວຍເຫດຜົນນີ້ ເພື່ອເຮັດໃຫ້ຈໍານວນຂີ້ເຫຍື້ອ ພລາສຕິກຫຼຸດລົງ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ແລະ 3 ມະຫາວິທະຍາໄລຈາກ ສະຫະພາບເອີລົບ ( BOKU, AAU, TUD ) ແລະຮ່ວມກັບ 3 ບໍລິສັດລີຊາຍໂຄ ພລາສຕິກ(Recycle Plastic) ຂອງ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຫາວິທີແກ້ໄຂບັນຫາດັ່ງກ່າວ.

          ສໍາລັບຈຸດປະສົງຂອງປະຊຸມດັ່ງກ່າວ ມີເປົ້າໝາຍເພື່ອສ້າງຫຼັກສູດຝຶກອົບຮົມ ເພື່ອດໍາເນີນໂຄງການ ສ້າງຄວາມສາມາດ ໃນການຈັດການ, ການນໍາໃຊ້ຄືນ ແລະປ່ຽນຮູບຂີ້ເຫຍື້ອ ພລາສຕິກ ໃຫ້ແກ່ພະນັກງານລັດ, ພາກເອກະຊົນ ແລະພະນັກງານ, ຄູ-ອາຈານ ແລະນັກສຶກສາ ຂອງ ສປປ ລາວ ເພື່ອຫາວິທີກໍາຈັດຂີ້ເຫຍື້ອ ແລະພລາສຕິກຕ່າງໆ ໃຫ້ຫຼຸດໜ້ອຍລົງ ແລະເພື່ອເຮັດໃຫ້ບັນດາຕົວເມືອງຕ່າງໆ ໃນ ສປປ ລາວ ໃຫ້ມີຄວາມສະອາດ ແລະຈົບງາມ. ໂຄງການດັ່ງກ່າວ ຈະຖືກແຕ່ງຕັ້ງ ແລະດໍາເນີນການໃນລະຫວ່າງປີ 2018-2020 ນີ້, ໂດຍຢູ່ພາຍໃຕ້ການສະໜັບສະໜູນທຶນຈາກ ERASMUS: Capacity-Building in Higher Education, European Union.

 

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.