ສລຍ ຈັດພິທີ ສະຫຼຸບຜົນງານການສຶກສາ ປະຈຳສົກສຶກສາ 2017-2018 ແລະຜ່ານແຜນການສຶກສາ 2018-2019

ໃນຕອນເຊົ້າ ວັນທີ 10 ກັນຍາ 2018 ນີ້, ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ (ສລຍ) ໄດ້ຈັດພິທີ ສະຫຼຸບຜົນງານການສຶກສາ ປະຈຳສົກສຶກສາ 2017-2018 ແລະຜ່ານແຜນການສຶກສາ 2018-2019 ທີ່ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ, ໂດຍການເປັນປະທານຂອງທ່ານ ສຈ .ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ, ມີຜູ້ຕາງໜ້າຈາກອົງການໄຈກາປະຈຳ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ກໍໄດ້ຂຶ້ນຜ່ານບົດສະຫຼຸບສະພາບລວມ ປະຈຳສົກສຶກສາທີ່ຜ່ານມາວ່າ: ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 4 ເດືອນ ພຶດສະພາ 2001 ເຊິ່ງໃນເບື້ອງຕົ້ນແມ່ນສູນຮ່ວມມື ລາວ-ຢີ່ປຸ່ນ ແລະໃນວັນທີ 20 ພຶດສະພາ 2010 ໄດ້ຍົກສູງສະຖານະບົດບາດມາເປັນສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ໂດຍແມ່ນໂຄງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ (ມະຫາວິທະຍາໄລແຫ່ງຊາດ) ແລະລັດຖະບານຢີ່ປຸ່ນ (ອົງການໄຈກາ) ມີບົດບາດທຽບເທົ່າກັບ ຄະນະວິຊາທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ, ມີໜ້າທີ່ກໍ່ສ້າງ-ພັດທະນາຊັບພະຍາກອນມະນຸດ ກໍຄືການຕອບສະໜອງທາງດ້ານວິຊາການໃຫ້ແກ່ການພັດທະນາຂະແໜງຕ່າງໆ ໂດຍຜ່ານຫຼັກສູດຕ່າງໆ ໃນການພັດທະນາຊັບພະຍາກອນມະນຸດ, ດຳເນີນການຈັດພີມ ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ພ້ອມທັງສົ່ງເສີມແລກປ່ຽນສິລະປະວັດທະນະທຳ ແລະແລກປ່ຽນວິຊາການ ລະຫວ່າງ ສປປ ລາວ ແລະປະເທດຢີ່ປຸ່ນ. ໃນປັດຈຸບັນ ສະຖາບັນໄດ້ເປີດການຮຽນ-ການສອນ ພາສາຢີ່ປຸ່ນ, ການຝຶກອົບຮົມໄລຍະສັ້ນໃນຫົວຂໍ້ຕ່າງໆ ແລະເປີດສອນລະດັບປະລິນຍາໂທສາຂາ ບໍລິຫານທຸລະກິດ; ໃນສົກສຶກສາ 2017-2018 ນີ້ ມີນັກສຶກສາທີ່ສຳເລັດການສຶກສາລະດັບປະລິນຍາໂທສາຂາ ບໍລິຫານທຸລະກິດ ທັງໝົດ 33 ຄົນ, ຍິງ 15 ຄົນ, ມີນັກສຶກສາທີ່ມີຜົນການຮຽນດີເດັ່ນ ໄດ້ຮັບໃບຍ້ອງຍໍ ຈຳນວນ 13 ຄົນ, ຍິງ 9 ຄົນ.
ໂອກາດດຽວກັນ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ກໍໄດ້ກ່າວເນັ້ນໜັກ ແລະໃຫ້ທິດທາງໃນການສ້າງ ແລະພັດທະນາຫຼັກສູດການຮຽນ-ການສອນໃນສະຖາບັນ ໃຫ້ມີຄວາມເຂັ້ມເທົ່າທຽມກັບພາກພື້ນ ແລະສາກົນ ຍິ່ງໆຂຶ້ນໄປ.