ມະຫາວິທະຍາໄລອາຊຽນ (ລາວ) ຈັດງານການແຂ່ງຂັນ ນຳສະເໜີຜົນງານທາງດ້ານວິຊາການຂອງນັກສຶກສາ ປະຈຳປີ 2018
1536802275 tmp IMG 3328

1536802275 tmp IMG 3328

         ເພື່ອເປັນການສົ່ງເສີມໃຫ້ນັກສຶກສາມີຄວາມຮູ້ ແລະຄວາມເຂົ້າໃຈທາງດ້ານວິຊາການ ໃນການວິເຄາະຂໍ້ມູນ, ການນຳໃຊ້ໂປຣແກມ ລວມເຖິງການນຳສະເໜີຜົນການຕ່າງໆ. ໃນວັນທີ 11 ກັນຍາ 2018 ຜ່ານມານີ້, ມູນິທິການສຶກສາອາຊຽນ ແລະບໍລິສັດຜູ້ຜະລິດຊ໊ອບແວ ເອສເອພີ (SAP) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານການແຂ່ງຂັນ ນຳສະເໜີຜົນງານທາງດ້ານວິຊາການຂອງນັກສຶກສາ ມະຫາວິທະຍາໄລອາຊຽນ (ລາວ) ປະຈຳປີ 2018 ຂຶ້ນທີ່ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໃນພິທີມີທ່ານ ອີຣານ ແອດໂກລານີ (Ilan Asqolani) ຫົວໜ້າໂຄງການການຮ່ວມມື AF-SAP ຈາກມູນິທິການສຶກສາອາຊຽນ, ມີຜູ້ຕາງໜ້າຈາກບໍລິສັດຊ໊ອບແວ ເອສເອພີ (SAP), ທ່ານຮອງຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ສຳລັບຫົວຂໍ້ທີ່ນັກສຶກສາໄດ້ນຳມາສະເໜີ ແມ່ນພາຍໃຕ້ຫົວຂໍ້ “Today’s youth tomorrow’s World” ທີ່ກ່ຽວກັບ ວັດທະນະທຳ-ສັງຄົມ, ການສຶກສາ, ສະພາບແວດລ້ອມ ແລະວິຖີຊີວິດການເປັນຢູ່ ຂອງປະຊາຊົນໃນຂົງເຂດ 10 ປະເທດອາຊຽນ.ໃນການແຂ່ງຂັນຄັ້ງນີ້ ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 6ທີມ; ແບ່ງເປັນທີມລະ 2 ຄົນ.ນັກສຶກສາທີ່ເຂົ້າຮ່ວມແຂ່ງຂັນແມ່ນມາຈາກ 4ຄະນະວິຊາຄື:ຄະນະວິທະຍາສາດທຳມະຊາດ, ເສດຖະສາດ ແລະບໍລິຫານທຸລະກິດ, ນິຕິສາດແລະລັດຖະສາດ ແລະວິສະວະກຳສາດ.ຜ່ານການແຂ່ງຂັນ ຜົນກົດວ່າ: ທີມຊະນະເລີດໄດ້ແກ່ທີມDORKCAMPAຈາກ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ໄດ້ຮັບເງິນຮາງວັນ 800 ເອີໂຣພ້ອມທັງໄດ້ເປັນຕົວແທນຈາກປະເທດລາວເຂົ້າຮ່ວມການແຂ່ງຂັນໃນລະດັບອາຊຽນທີ່ປະເທດສິງກະໂປ.ສ່ວນຮອງຊະນະເລີດອັນດັບສອງໄດ້ແກ່ທີມ SMART COUNTRY ຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ ໄດ້ຮັບເງິນຮາງວັນ 400 ເອີໂຣ ພ້ອມໃບຢັ້ງຢືນແລະຮອງຊະນະເລີດອັນດັບສາມ ໄດ້ແກ່ທີມ IDIDຈາກຄະນະນິຕິສາດ ແລະລັດຖະສາດໄດ້ຮັບເງິນຮາງວັນ 200 ເອີໂຣ ພ້ອມໃບຢັ້ງຢືນ.ການແຂ່ງຂັນວິເຄາະຂໍ້ມູນວິທະຍາສາດໃນລະດັບອາຊຽນແມ່ນມີ 10ປະເທດເຂົ້າຮ່ວມການແຂ່ງຂັນຄື: ອິນໂດເນເຊຍ, ສິງກະໂປ, ຟິລິບປິນ, ມຽນມາ, ມາເລເຊຍ, ໄທ, ຫວຽດນາມ, ກຳປູເຈຍ, ບູໄນ ແລະລາວ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.