ໂຮງຮຽພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລຈັດພິທີສະຫຼຸບສົກຮຽນ 2017-2018 ແລະເປີດສົກຮຽນໃໝ່ 2018-2019


ຕອນເຊົ້າວັນທີ 12 ກັນຍາ 2018 ນີ້, ໂຮງຮຽພອນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2017-2018 ແລະເປີດສົກຮຽນໃໝ່ 2018-2019 ຂຶ້ນທີ່ສະໂມສອນຂອງ ຮພຊ ໂດຍການເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ເລຂາຄະນະພັກຮາກຖານສຳນັກງານອະທິການບໍດີ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ທ່ານ ຮສ.ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ຮພຊ ພ້ອມດ້ວຍຄະນະ, ເຂົ້າຮ່ວມມີທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສານະຄອນຫຼວງ, ທ່ານ ປອ. ຄຳຕັນ ສົມວົງ ຫົວໜ້າສະຖາບັນພັດທະນາບໍລິຫານການສຶກສາ, ທ່ານ ນີລາວອນ ວິສອນນະວົງ ຄະນະສະມາຄົມພໍ່ແມ່ນັກຮຽນ, ມີບັນດາທ່ານຕາງໜ້າຫ້ອງການອ້ອມຂ້າງມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານ, ຜູ້ປົກຄອງນັກຮຽນ ແລະນ້ອງນັກຮຽນ ຮພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ. ຄຳພຸດ ພົມມະສອນ ໄດ້ຂຶ້ນຜ່ານບົດສະຫຼຸບເຊິ່ງທ່ານໃຫ້ຮູ້ວ່າ: ໃນສົກສຶກສາ 2017-2018 ນີ້ ຮພຊ ມີນັກຮຽນທັງໝົດຈໍານວນ 484 ຄົນ, ຍິງ 292 ຄົນ, ໃນນັ້ນ ມີນັກຮຽນຫ້ອງ ມ1 ຈຳນວນ 54 ຄົນ, ຍິງ 40 ຄົນ; ມ2 ຈຳນວນ 55 ຄົນ, ຍິງ 31 ຄົນ; ມ3 ຈໍານວນ 49 ຄົນ, ຍິງ 34 ຄົນ; ມ4 ຈໍານວນ 42 ຄົນ, ຍິງ 39 ຄົນ; ມ5 ຈຳນວນ 97 ຄົນ, ຍິງ 56 ຄົນ; ມ6 ຈຳນວນ 95 ຄົນ, ຍິງ 45 ຄົນ; ມ7 ຈຳນວນ 92 ຄົນ, ຍິງ 55 ຄົນ. ຜົນງານການປະຕິບັດວຽກງານໃນສົກຮຽນ 2017-2018 ຂອງພະນັກງານ, ຄູ-ອາຈານ ແລະນັກຮຽນຄັດເລືອກໄດ້ ອາຈານດີເດັ່ນປະເພດ1 ຈໍານວນ 14 ທ່ານ, ຍິງ 6 ທ່ານ; ອາຈານດີເດັ່ນ ປະເພດ 2 ຈຳນວນ 27 ທ່ານ, ຍິງ 20 ທ່ານ; ນັກຮຽນດີເດັ່ນປະເພດ 1 ຈຳນວນ 74 ນ້ອງ, ຍິງ 52 ນ້ອງ; ນັກຮຽນດີເດັ່ນປະເພດ 2 ຈຳນວນ 220 ນ້ອງ, ຍິງ 180 ນ້ອງ ແລະຫ້ອງດີເດັ່ນມີ 7 ຫ້ອງ. ນອກຈາກນີ້ ຮພຊ ຍັງມີຜົນງານດີເດັ່ນດ້ານອື່ນໆອີກໂດຍສະເພາະແມ່ນວຽກງານດ້ານວິຊາການ ຮພຊ ໄດ້ນໍາພານັກຮຽນເກັ່ງໄປສອບເສັງໂອແລມປິກທີ່ ສສ ຫວຽດນາມເປັນເຈົ້າພາບຈໍານວນ 6 ຄົນ, ເຂົ້າຮ່ວມການແຂ່ງຂັນ ປົດສະເຕີວິທະຍາສາດລະດັບອາຊຽນຄັ້ງທີ 4 ມີນັກຮຽນຈຳນວນ 13 ນ້ອງ, ໄດ້ຈັດຕັ້ງການເຂົ້າຮ່ວມໂມງສອນ 17 ຄັ້ງ, ຄັດເລືອກນັກຮຽນຈຳນວນ 17 ທຶນໄປຮຽນຢູ່ ສສ ຫວຽກນາມໃນສົກ 2018-2019. ຜົນການສອບເສັງຈົບ ມ ຕົ້ນມີຈຳນວນນັກຮຽນ 42 ນ້ອງ, ຍິງ 29 ນ້ອງ ສອບເສັງໄດ້ 100 ເປີເຊັນ. ນັກຮຽນເກັ່ງຮອບດ້ານ(ຄະແນນບໍ່ຫຼຸດ 7)ມີ 39 ນ້ອງ, ຍິງ 29 ນ້ອງ ໄດ້ລື່ນຄາດໝາຍ 13 ເປີເຊັນ. ໃນນັ້ນມີນັກຮຽນໄດ້ຮັບປະກາສະນີຍະບັດກຽດນິຍົມ 1 ນ້ອງ, ຍິງ 1 ນ້ອງ. ຜົນການສອບເສັງຈົບ ມ. ປາຍ ປະຈຳສົກຮຽນ 2017-2018 ສອບເສັງໄດ້ 100 ເປີເຊັນ, ຜົນການສອບເສັງເລື່ອນຂັ້ນ, ເລື່ອນຊັ້ນໄດ້ 100 ເປີເຊັນ, ການເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນເມືອງ ມ4 ຈໍານວນ 20 ນ້ອງ, ມ7 ຈໍານວນ 20 ນ້ອງ ໄດ້ຮັບ 28 ລາງວັນ, ການເຂົ້າຮ່ວມການສອບເສັງນັກຮຽນເກັ່ງຂັ້ນນະຄອນຫຼວງ ມ4 ຈໍານວນ 9 ນ້ອງ, ມ7 ຈໍານວນ 19 ນ້ອງ ໄດ້ຮັບ 12 ລາງວັນ, ການເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ມ4 ຈໍານວນ 1 ນ້ອງ, ມ7 ຈໍານວນ 2 ນ້ອງ ໄດ້ຮັບ 3 ຫຼຽນ( 2 ຫຼຽນຄໍາ ແລະ 1ຫຼຽນເງິນ), ສໍາລັບການສອບເສັງນັກຮຽນເກັ່ງທົ່ວປະເທດ ວິຊາເຄມີ ມ4 ໄດ້ອັນດັບທີ 1, ວິຊາເຄມີ ມ7 ໄດ້ອັນດັບທີ 1, ວິຊາພາສາລາວ-ວັນນະຄະດີ ມ7 ໄດ້ອັນດັບທີ 2. ໃນສົກຮຽນ 2018-2019 ນີ້ ຮພຊ ໄດ້ສອບເສັງເອົານັກຮຽນເຂົ້າຮຽນ ໃນ ຮພຊ ຈຳນວນ 107 ຄົນ, ຍິງ 57 ຄົນ ແລະໄດ້ຮັບນັກຮຽນເກັ່ງລະດັບຊາດທີ່ກະຊວງສຶກສາທິການ ແລະກິລາສົ່ງມາໃຫ້ຈຳນວນ 8 ຄົນ, ຍິງ 4 ຄົນ.
ໃນພິທີດັ່ງກ່າວ ໄດ້ມອບໃບປະກາດຈົບ ມ7 ໃຫ້ນ້ອງນັກຮຽນ ຈຳນວນ 97 ຄົນ ຍິງ 56 ຄົນ ແລະໄດ້ມອບໃບຍ້ອງຍໍໃຫ້ນັກຮຽນດີເດັ່ນຮອບດ້ານປະຈຳສົກຮຽນ 2017-2018 ຈຳນວນ 124 ຄົນທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ. ມອບໃບຍ້ອງຍໍໃຫ້ນັກຮຽນ 4 ນ້ອງທີໄດ້ຮັບຫຼຽນເງິນ 1 ຫຼຽນ ແລະຫຼຽນທອງ3 ຫຼຽນຈາກການເຂົ້າຮ່ວມການແຂ່ງຂັນເສັງເລກປິດສະໜາຢູ່ທີໂຮງຮຽນ ອິດສະເຕີນສະຕາ. ມອບໃບຍ້ອງຍໍໃຫ້ນັກຮຽນ 3 ນ້ອງທີ່ໄດ້ຮັບຫຼຽນທອງແດງ ຈາກການເຂົ້າຮ່ວມການແຂ່ງຂັນໂຄງການວິທະຍາສາດຢູ່ ສປ ຈີນ. ມອບໃບຍ້ອງຍໍໃຫ້ນັກຮຽນ 2 ນ້ອງທີ່ໄດ້ຮັບ Energy Conservation(ລາງວັນພິເສດ)ຈາກການເຂົ້າຮ່ວມການແຂ່ງຂັນເຄື່ອງປະດິດວິທະຍາສາດໃນງານນັກສຶກສາອາຊຽນ Asean students Science Project Competition ຢູ່ປະເທດໄທ ແລະໄດ້ມອບໃບຍ້ອງຍໍໃຫ້ນັກຮຽນ 20 ນ້ອງທີ່ມີຜົນງານປະກອບສ່ວນປ້ອງກັນ ແລະວຽກງານຕ່າງໆປະຈຳສົກຮຽນ 2017-2018 ອີກດ້ວຍ.