ຄສປ ສະຫຼຸບຜົນງານຂອງຊ່ຽວຊານອາວຸໂສຈາກ ອົງການໄຈກາ

ຕອນບ່າຍ ຂອງວັນທີ 12 ກັນຍາ 2018 ຜ່ານມາ, ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຜົນງານການແລກປ່ຽນຂອງຊ່ຽວຊານອາວຸໂສຈາກ ອົງການໄຈກາ, ທີ່ຫ້ອງປະຊຸມ ຄະນະສະຖາປັດຕະຍະກຳສາດ, ໂດຍການເປັນປະທານຂອງທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ຮັກສາການຄະນະບໍດີ ຄະນະສະຖາປັດຕະຍະກຳສາດ, ມີທ່ານ ຣິໂຣມິ ທານາກະ ຊ່ຽວຊານອາວຸໂສຈາກອົງການໄຈກາ ພ້ອມດ້ວຍທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ພາຍໃນຄະນະສະຖາປັດຕະຍະກຳສາດ ເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ, ທ່ານ ປອ. ສຸກັນ ຈິດປັນຍາ ຫົວໜ້າພາກວິຊາສະພາບແວດລ້ອມ ແລະຜັງເມືອງ ກໍໄດ້ຜ່ານບົດສະຫຼຸບຜົນງານການແລກປ່ຽນຂອງຊ່ຽວຊານອາວຸໂສຈາກ ອົງການໄຈກາ ຕະຫຼອດ 2 ປີທີ່ຜ່ານມາວ່າ: ທ່ານ ຣິໂຣມິ ທານາກະ ໄດ້ເລີ່ມມາປະຈຳການ ແລະເຮັດວຽກຢູ່ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ຕັ້ງແຕ່ວັນທີ 7 ພະຈິກ 2016 ຫາ ວັນທີ 28 ກັນຍາ 2018, ລວມໄລຍະເວລາທັງໝົດເກືອບສອງປີ. ເຊິ່ງຕະຫຼອດໄລຍະເວລາທີ່ຜ່ານມາ ທ່ານໄດ້ປະກອບສ່ວນຫຼາຍຜົນງານເຂົ້າໃນການພັດທະນາ ຄະນະກໍຄືພາກວິຊາສະພາບແວດລ້ອມ ແລະຜັງເມືອງ ເຊັ່ນ: ຮຽບຮຽງປື້ມຕຳລາກ່ຽວກັບການຈັດຮູບທີ່ດິນໃນຕົວເມືອງຈຳນວນ 1 ເຫຼັ້ມ, ມີທັງໝົດ 150 ໜ້າ ໂດຍເນື້ອຫາຂອງປື້ມແມ່ນໄດ້ຮວບຮວມເອົາບົດຮຽນຂອງ ປະເທດຢີ່ປຸ່ນ ແລະປະສົບການໆເຮັດວຽກໃນໄລຍະທີ່ຜ່ານມາຂອງທ່ານເອງ, ຈັດຝຶກອົບຮົມກ່ຽວກັບການຈັດຮູບແບບທີ່ດິນ 1 ຄັ້ງ, ສະໝອງຂໍ້ມູນທີ່ຈຳເປັນໃຫ້ແກ່ການຂຽນບົດວິທະຍານິພົນຂອງນັກສຶກສາປະລິນຍາໂທ. ນອກນັ້ນ ທ່ານຍັງໄດ້ຂໍທຶນສະໝັບສະໝູນຈາກອົງການໄຈກາ ເພື່ອຈັດພິມປື້ມບົດລາຍງານໂຄງການວາງແຜນຜັງຊີ້ນຳລວມນະຄອນຫຼວງວຽງຈັນ ຈຳນວນ 66 ເຫຼັ້ມ, ມູນຄ່າ 7,700,000 ກີບ ແລະຂໍຈັດພິມປື້ມຕໍາລາສອນກ່ຽວກັບການຈັດຮູບແບບທີ່ດິນ ເຊິ່ງເປັນຜົນງານຄົ້ນຄວ້າຂອງທ່ານຈໍານວນ 120 ເຫຼັ້ມ ມູນຄ່າ 11,280,000 ກີບ. ເຊິ່ງຜົນງານທັງໝົດນີ້ ລ້ວນແລ້ວແຕ່ແມ່ນຜົນງານທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາຫຼັກສູດການຮຽນ-ການສອນຂອງ ພາກວິຊາສະພາບແວດລ້ອມ ແລະຜັງເມືອງ.

          ໃນໂອກາດດຽວກັນ, ທ່ານ ຮສ. ບຸນຖະໄຫວ ແກ້ວປັນຍາ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະໄດ້ມອບໃບຍ້ອງຍໍ ພ້ອມດ້ວຍຂອງທີ່ລະນຶກ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນຢ່າງຍິ່ງຕໍ່ກັບການລົງເຮັດວຽກຂອງ ທ່ານ ຣິໂຣມິ ທານາກະ ທີ່ຄະນະສະຖາປັດຕະຍະກຳສາດໃນຄັ້ງນີ້ ອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.