ຄວກ ຈັດພິທີສະຫຼຸບປະຈຳຊຸດຮຽນ 2014-2018 ແລະເປີດສົກສຶກສາ 2018-2019

         ຕອນເຊົ້າ ວັນທີ 15 ກັນຍາ 2018 ຜ່ານມາ, ຄະນະວິທະຍາສາດການກີລາ ແລະກາຍະກຳ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບປະຈຳຊຸດຮຽນ 2014-2018 ແລະເປີດສົກຮຽນໃໝ່ 2018-2019 ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ຮສ. ປອ. ອານຸລົມ ວິໄລພອນ ວ່າການຄະນະບໍດີ ຄະນະວິທະຍາສາດການກີລາ ແລະກາຍະກຳ ພ້ອມດ້ວຍ ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນຄະນະເຂົ້າຮ່ວມ.

       ໂອກາດນີ້, ທ່ານ ຮສ. ປອ. ອານຸລົມ ວິໄລພອນ ກໍໄດ້ຂຶ້ນຜ່ານບົດສະຫຼຸບ ປະຈຳສົກສຶກສາ 2014-2018 ແລະສະເໜີແຜນໃນສົກສຶກສາ 2018-2019 ວ່າ: ຄະນະວິທະຍາສາດການກີລາ ແລະກາຍະກຳ ແມ່ນໜຶ່ງໃນ 13 ຄະນະວິຊາທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ ມີທັງໝົດ 4 ພາກວິຊາຄື: ພາກວິຊາຄູພາລະສຶກສາ, ພາກວິຊາຄູຝຶກກີລາ, ພາກວິຊາວິທະຍາສາດການກີລາ ແລະພາກວິຊາບໍລິຫານກີລາ; ມີ 4 ພະແນກ ແລະ 1 ສູນຄື: ພະແນກຈັດຕັ້ງ-ສັງລວມ, ຄຸ້ມຄອງນັກສຶກສາ, ວິຊາການ ແລະຂໍ້ມູນຂ່າວສານ, ຄົ້ນຄວ້າວິທະຍາສາດ ແລະຫຼັງປະລິນຍາຕີ ແລະສູນສຸຂະພາບ ແລະກາຍະບຳບັດ. ໃນສົກສຶກສາ 2017-2018 ຜ່ານມານີ້, ຄະນະວິທະຍາສາດການກີລາ ແລະກາຍະກໍາ ໄດ້ຜະລິດບຸກຄະລາກອນອອກມາຮັບໃຊ້ສັງຄົມທັງໝົດ 51 ຄົນ, ຍິງ 9 ຄົນ. ໃນສາຂາຄູພະລະສຶກສາມີນັກສຶກສາທີ່ໄດ້ຮັບໃບຍ້ອງຍໍປະເພດເດັ່ນຮອບດ້ານ ຂັ້ນຄະນະບໍດີ ຈຳນວນ 8 ຄົນ, ຍິງ 2 ຄົນ ແລະໄດ້ຮັບໃບຍ້ອງຍໍດ້ານການເຄື່ອນໄຫວນອກຫຼັກສູດ ຂັ້ນຄະນະບໍດີ ຈຳນວນ 47 ຄົນ, ຍິງ 7 ຄົນ. ຕະຫຼອດໄລຍະທີ່ຜ່ານມາ ຄະນະວິທະຍາສາດການກີລາ ແລະກາຍະກຳ ໄດ້ເອົາໃຈໃສ່ປະຕິບັດວຽກງານຕ່າງໆຢ່າງຕັ້ງໜ້າ ເປັນຕົ້ນແມ່ນປະຕິບັດຕາມ 5 ຫຼັກມູນການສຶກສາຂອງກະຊວງສຶກສາທິການ ແລະກີລາວາງອອກ, ໄດ້ເຂົ້າຮ່ວມທຸກໆກິດຈະກຳ ການເຄື່ອນໄຫວໃນວັນສຳຄັນຕ່າງໆຂອງຊາດ. ສຳລັບແນວທາງການປະຕິບັດໃນຕໍ່ໜ້າແມ່ນສືບຕໍ່ປະຕິບັດການຮຽນ-ການສອນຢ່າງເປັນປົກກະຕິ ພ້ອມທັງແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະອື່ນໆ.

       ໃນໂອກາດດຽວກັນ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍໄດ້ໃຫ້ທິດຊີ້ນຳ ແລະຍົກໃຫ້ເຫັນຄວາມສຳຄັນຂອງການພັດທະນາການສຶກສາ ແລະການຮຽນ-ການສອນໃຫ້ມີຄຸນນະພາບ, ພ້ອມນັ້ນ ທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆ ທີ່ຄະນະວິທະຍາສາດການກີລາ ແລະກາຍະກຳ ຍາດມາໄດ້ໃນຕະຫຼອດຊຸດຮຽນທີ່ຜ່ານມາ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.