ຄສສ ຈັດພິທີສະຫຼຸບຊຸດຮຽນ 2014-2018 ແລະເປີດສົກຮຽນ 2018-2019.

 

ຕອນເຊົ້າ ວັນທີ 15ກັນຍາ 2018 ຜ່ານມານີ້, ຄະນະສຶກສາສາດ ໄດ້ຈັດພິທີສະຫຼຸບຊຸດຮຽນ 2014-2018 ແລະເປີດສົກຮຽນໃໝ່ 2018-2019 ຂຶ້ນທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ພາຍໃຕ້ການເປັນປະທານຂອງທ່ານ  ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີ (ມຊ), ທ່ານ ຮສ. ປອ. ອາທິດອຸໄທ ຈະຕຸພອນໄຊ ຄະນະບໍດີ ຄະນະສຶກສາສາດ, ໃນພິທີມີບັນດາ ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ ອ້ອມຂ້າງຄະນະ,ພ້ອມດ້ວຍຫົວໜ້າພາກວິຊາ-ຮອງຫົວໜ້າພາກ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະນັກສຶກສາໃນຄະນະສຶກສາສາດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຮສ. ປອ. ອາທິດອຸໄທ ຈະຕຸພອນໄຊໄດ້ຂຶ້ນຜ່ານບົດສະຫຼຸບຕໍ່ກອງປະຊຸມ, ທ່ານໃຫ້ຮູ້ວ່າ: ຄະນະສຶກສາສາດ ເປັນຄະນະວິຊາໜຶ່ງ ທີ່ມີພາລະບົດບາດໃນການຈັດການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍລິການວຽກງານວິຊາການໃຫ້ກັບສັງຄົມ, ການຮັກສາ, ເສີມຂະຫຍາຍສິລະປະວັດທະນາທໍາຮີດຄອງປະເພນີອັນດີງາມຂອງຊາດ ໂດຍປະຕິບັດໜ້າທີ່ຕາມການມອບໝາຍຂອງ (ມຊ) ແລະກະຊວງສຶກສາທິການ ແລະກີລາ. ຄະນະສຶກສາສາດ ປະກອບດ້ວຍ 6 ພະແນກ, 6 ພາກ ແລະມີ 3 ໂຮງຮຽນທີ່ຂຶ້ນກັບຄະນະ, ມີຄູ-ອາຈານທັງໝົດ 244 ຄົນ, ຍິງ 162ຄົນ. ຄະນະສຶກສາສາດໄດ້ຈັດການຮຽນ-ການສອນໃນລະດັບປະລິນຍາຕີ ປະກອບມີ 12 ຫຼັກສູດ(ລະດັບປະລິນຍາຕີຕໍ່ເນື່ອງ ປະກອບມີ 4 ຫຼັກສູດ) ແລະລະດັບປະລິນຍາໂທປະກອບມີ 3 ຫຼັກສູດ. ໃນສົກສຶກສາ 2017-2018 ນີ້ ຄະນະສຶກສາສາດ ໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ຈໍານວນ 550 ຄົນ, ຍິງ 377ຄົນ. ໃນນັ້ນ ລະດັບປະລິນຍາຕີ 467 ຄົນ, ຍິງ 290ຄົນ, ລະດັບປະລິນຍາໂທມີຈໍານວນ 83ຄົນ, ຍິງ 33ຄົນ. ພິເສດມີນັກສຶກສາດີເດັ່ນດ້ານການຮຽນ ສາມາດຍາດໄດ້ປະກາສະນີຍະບັດກຽດນິຍົມ(ປະກາສະນິຍະບັດແດງ) ຈໍານວນ 7ຄົນ, ຍິງ 3ຄົນ.  ພ້ອມນັ້ນຍັງມີນັກສຶກສາທີ່ໄດ້ຮັັບໃບຍ້ອງຍໍ ທີ່ມີຜົນງານເດັ່ນຮອບດ້ານລະດັບປະລິນຍາຕີຈຳນວນ 158ຄົນ, ຍິງ 76 ຄົນ ແລະລະດັບປະລິນຍາໂທ ຈໍານວນ 83 ຍິງ 33 ຄົນ ແລະນັກສຶກສາດີເດັ່ນດ້ານການເຄື່ອນໄຫວກິດຈະກໍາຕ່າງໆ ຈໍານວນ 118 ຄົນ, ຍິງ 43 ຄົນ. ຕະຫຼອດໄລຍະການປະຕິວັດວຽກງານປະຈໍາຊຸດຮຽນ 2014-2018 ຜ່ານມາ, ຄະນະສຶກສາສາດໄດ້ມີຜົນງານ ແລະຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນ ວຽກງານການເມືອງ ແນວຄິດ, ວຽກງານດ້ານວິຊາສະເພາະ, ການຈັດຕັ້ງ ແລະຄຸ້ມຄອງພະນັກງານ ແລະນັກສຶກສາ. ນອກນັ້ນ ດ້ານວຽກງານການພົວພັນຕ່າງປະເທດ ຄະນະສຶກສາສາໄດ້ຮ່ວມມືດ້ານວິຊາການກັບສາກົນ ໂດຍສະເພາະ ບັນດາມະຫາວິທະຍາໄລໃນປະເທດ ຣາຊະອານາຈັກໄທ, ຢີ່ປຸ່ນ ແລະສສ ຫວຽດນາມ. ສໍາລັບສົກຮຽນ 2018-2019 ນີ້, ຄະນະສຶກສາສາດ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ, ຄູ-ອາຈານໃຫ້ມີຄວາມເຊື່ອໝັ້ນໃນການນໍາພາຂອງພັກ-ລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ, ເອົາໃຈໃສ່ຕໍ່ລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ, ເຮັດວຽກດ້ວຍຄວາມຫ້າວຫັນຕໍ່ການມອບໝາຍ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ສືບຕໍ່ຈັດຕັ້ງການຮຽນ-ການສອນ ແລະສ້າງບຸກຄະລາກອນທີ່ຮັບປະກັນຄຸນນະພາບອອກຮັບໃຊ້ສັງຄົມໃຫ້ພຽງພໍ, ຕັ້ງໜ້າຜັນຂະຫຍາຍຈຸດດີ ແລະແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດຕາມຄາດໝາຍ.   

ໂອກາດດຽວກັນ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ໄດ້ຂຶ້ນໂອ້ລົມຕໍ່ພິທີ, ທ່ານໄດ້ກ່າວຍ້ອງຍໍ ແລະສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາພາຍໃນຄະນະສຶກສາສາດ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນຈົນໄດ້ຮັບຜົນສຳເລັດ, ໂດຍສະເພາະແມ່ນ ນັກສຶກສາທີ່ໄດ້ຮັບປະກາສະນີຍະບັດກຽດນິຍົມ, ນັກສຶກສາທີ່ມີຜົນງານດີເດັ່ນດ້ານກິດຈະກໍາ ແລະນັກສຶກສາເດັ່ນດ້ານວິຊາສະເພາະ. ພ້ອມນັ້ນ ທ່ານຍັງໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຄະນະວິຊາ ທີ່ມີຜົນງານຢ່າງຫຼວງຫຼາຍປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນກິດຈະກໍາ ການບໍລິຈາກເລືອດ, ການໄປສິດສອນພາສາລາວຢູ່ ສປ ຈີນ ຂອງຄູ-ອາຈານຢູ່ພາຍໃນຄະນະ ແລະດ້ານອື່ນໆອີກ.ພ້ອມດຽວກັນ ທ່ານໄດ້ເນັ້ນໜັກໃນການ ປັບປຸງຫຼັກສູດການຮຽນ-ການສອນໃນແຕ່ລະລະດັບໃຫ້ມີຄຸນນະພາບ ແລະແນ່ໃສ່ສ້າງຫຼັກສູດລະດັບປະລິນຍາເອກອີກດ້ວຍ. ສໍາລັບຄູ-ອາຈານແລ້ວ ຕ້ອງເປັນແບບຢ່າງທີ່ດີ, ກຽມພ້ອມດ້ານຄວາມຮູ້, ຄວາມສາມາດເພື່ອປະກອບເຂົ້າໃນການສ້າງບຸກຄະລາກອນໃຫ້ມີວຸດທິການສຶກສາ ແລະມີຄວາມຮູ້ດ້ານວິຊາເຕັກນິກວິທະຍາສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃຫ້ແກ່ແຕ່ລະຂະແໜງການຕ່າງໆ ແລະທ່ານຍັງໄດ້ຮຽກຮ້ອງມາຍັງນັກສຶກສາທີ່ຈົບການສຶກສາຈົ່ງພ້ອມກັນເອົາໃຈໃສ່ພັດທະນາຕົນເອງເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີຜົນສຳເລັດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.