ມຊ ຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 17 (2014-2018) ແລະເປີດສົກຮຽນ 2018-2019

ໃນຕອນບ່າຍວັນທີ 18ກັນຍາ 2018 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 17 (2014-2018)ແລະເປີດສົກຮຽນໃໝ່ 2018-2019 ຂຶ້ນທີ່ ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ຮສ. ປອ. ກອງສີ ແສງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມຊ, ເຂົ້າຮ່ວມມີ ບັນດາທ່ານ ສະມາຊິກສະພາ ມຊ, ທ່ານຕາງໜ້າສຳນັກງານອົງການອ້ອມຂ້າງ, ບັນດາທ່ານຫົວໜ້າກົມ, ຮອງກົມ, ບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ຫໍສະໝຸດກາງ ແລະສູນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ຂຶ້ນຜ່ານບົດສະຫຼຸບໃນຊຸດຮຽນຜ່ານມາ ແລະນໍາສະເໜີແຜນໃນຕໍ່ໜ້າຕໍ່ກອງປະຊຸມ, ທ່ານໃຫ້ຮູ້ວ່າ: ໃນສົກຮຽນ 2017-2018 ນີ້, ຖືວ່າເປັນວາລະທີ່ສໍາຄັນ ທີ່ ມຊ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາ 5 ປີຂອງຕົນເອງຕາມ 6 ແຜນງານ ແລະ 31 ໂຄງການ ກໍຄືຜັນຂະຫຍາຍຈັດຕັ້ງປະຕິບັດແຜນພັດທະນາການສຶກສາຊັ້ນສູງແຫ່ງຊາດ ໃຫ້ມີຄຸນນະພາບຕາມເນື້ອໃນນະໂຍບາຍມະຕິກອງປະຊຸມ ຄັ້ງທີ X ຂອງພັກຈົນປະກົດຜົນເປັນຈິງ. ໃນສົກຮຽນ 2017-2018 ຜ່ານມານີ້, ມຊ ມີພະນັກງານ, ຄູ-ອາຈານທັງໝົດ 1.854 ຄົນ, ຍິງ 844 ຄົນ; ໃນນັ້ນ ມີພະນັກງານບໍລິຫານ ຈໍານວນ 362 ຄົນ, ຍິງ 205 ຄົນ; ຄູ-ອາຈານສອນ 1.492 ຄົນ, ຍິງ 639 ຄົນ; ສໍາລັບຈໍານວນນັກສຶກສາໃນສົກຮຽນ ມີທັງໝົດ 22.752 ຄົນ, ຍິງ 9.818 ຄົນ; ໃນນັ້ນມີ ນັກສຶກສາລະດັບປະລິນຍາເອກ ຈໍານວນ 27 ຄົນ, ຍິງ 4 ຄົນ; ນັກສຶກສາລະດັບປະລິນຍາໂທ ຈໍານວນ 1.881 ຄົນ, ຍິງ 672 ຄົນ; ນັກສຶກສາລະດັບປະລິນຍາຕີ ຈໍານວນ 16.722 ຄົນ, ຍິງ 7.292 ຄົນ ແລະນັກສຶກສາລະດັບອະນຸປະລິນຍາ ຈໍານວນ 177 ຄົນ, ຍິງ 45 ຄົນ. ມຊ ໄດ້ດໍາເນີນຫຼັກສູດການຮຽນ-ການສອນ ມີທັງໝົດ 171 ຫຼັກສູດ ໃນນັ້ນມີ: ລະບົບປະລິນຍາເອກ  3 ຫຼັກສູດ; ລະບົບປະລິນຍາໂທ 58 ຫຼັກສູດ; ລະບົບປະລິນຍາຕີ 105 ຫຼັກສູດ; ລະບົບຫຼັກສູດຕໍ່ເນື່ອງປະລິນຍາຕີ 31 ຫຼັກສູດ ແລະລະບົບອະນຸປະລິນຍາ 4 ຫຼັກສູດ. ໃນສົກຮຽນ 2017-2018 ນີ້, ມຊ ສາມາດຜະລິດບຸກຄະລາກອນອອກຮັບໃຊ້ສັງຄົມ ທັງໝົດ 6.573 ຄົນ, ຍິງ 2549 ຄົນ. ໃນນີ້, ມີນັກສຶກສາ ໄດ້ຮັບປະກາສະນິຍະບັດກຽດນິຍົມ ຈໍານວນ 33 ຄົນ, ຍິງ 17 ຄົນ. ນອກນັ້ນ ນັກສຶກສາໃນສົກຮຽນນີ້ ຍັງໄດ້ປະກອບສ່ວນໃນວຽນກງານການເຄື່ອນໄຫວໃນ ມຊ, ເຂົ້າຮ່ວມຮັບໃຊ້ກອງປະຊຸມໃນລະດັບຊາດ, ສ້າງຂະບວນການຊ່ວຍເຫຼືອຜູ້ປະສົບໄພພິບັດຕ່າງໆທີ່ເກີດຂຶ້ນ, ພ້ອມທັງ ເຂົ້າຮ່ວມງານການແລກປ່ຽນສິລະປະ-ວັດທະນະທໍາກັບມະຫາວິທະຍາໄລຕ່າງໆ ທັງພາຍໃນ ແລະສາກົນ. ຈາກໝາກຜົນອັນສໍາເລັດຂ້າງເທິງນັ້ນ ມຊ ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ເພື່ອອອກຮັບໃຊ້ຕາມຄວາມຕ້ອງການຂອງສັງຄົມໃນຂະແໜງການຕ່າງໆໃນທົ່ວປະເທດ ເພື່ອເປັນກໍາລັງອັນສໍາຄັນເຂົ້າໃນພາລະກິດການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕາມພັກ-ລັດວາງອອກ. ສໍາລັບແຜນໃນສົກຮຽນ 2018-2019 ມຊ ຈະສຶບຕໍ່ຊີ້ນໍາ-ນໍາພາຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ໜ່ວຍງານ ໃຫ້ວຽກງານການສຶກສາອົບຮົມ ດ້ານການເມືອງ ແນວຄິດ, ຄຸນສົມບັດສິນທໍາປະຕິບັດໃຫ້ແກ່ສະມາຊິກພັກ, ພະນັກງານ, ຄູ-ອາຈານຢ່າງທົ່ວເຖິງ, ເພີ່ມທະວີຄວາມຮັບຜິດຊອບ ແລະຄວາມເປັນແບບຢ່າງນໍາໜ້າ ຂອງຄະນະນໍາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິຄໍາສັ່ງ, ແຜນຍຸດທະສາດ, ແຜນງານ, ແຜນໂຄງການ ແລະລະບຽບຫຼັກການທີ່ມີແລ້ວໃຫ້ເກີດດອກອອກຜົນເປັນຢ່າງດີ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະສັບຊ້ອນພະນັກງານຄືນໃໝ່ຢູ່ໃນບາງພາກສ່ວນທີ່ຈໍາເປັນເພື່ອໃຫ້ຄົບຖ້ວນ ແລະແທດເໝາະຕາມຄວາມຮູ້, ຄວາມສາມາດໃນແຕ່ລະຕໍາແໜ່ງງານໃນວຽນງານຕົວຈິງ.

ໃນໂອກາດດຽວກັນ ທ່ານ ຮສ. ປອ. ກອງສີ ແສງມະນີ ໄດ້ໂອ້ລົມ ແລະຄໍາຊີ້ທິດເຍືອງທາງ ຕໍ່ ມຊ ວ່າ: ດັ່ງທີ່ທ່ານອະທິການບໍດີ ມຊ ໄດ້ກ່າວໃນບົດສະຫຼຸບ ເຫັນວ່າ ມຊ ແມ່ນມີຜົນງານຫຼາຍຢ່າງທີ່ພົ້ນເດັ່ນ ເປັນຕົ້ນແມ່ນທາງດ້ານວິຊາການ ມຊ ແມ່ນມີຫ້ອງຮຽນ, ຫ້ອງທົດລອງ ທີ່ໄດ້ຮັບມາດຕະຖານເທົ່າທຽມກັບພາກພື້ນ ແລະສາກົນ. ອີງຕາມແຜນການພັດທະນາຂອງ ສປປ ລາວ ວຽກງານການສຶກສາຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ເພື່ອພັດທະນາການສຶກສາໃຫ້ມີຄຸນນະພາບຄື: ສູ້ຊົນພັດທະນາການສຶກສາໃນເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການສຶກສາເທົ່າທຽມກັບຕົວເມືອງ, ພັດທະນາພື້ນຖານໂຄງລ່າງການສຶກສາໃນເຂດຫ່າງໄກໃຫ້ມີຫໍພັກ ຄູ-ອາຈານ, ນັກຮຽນ, ມີສວນຄົວ ແລະໂຮງອາຫານ ເພື່ອໃຫ້ນັກຮຽນສາມາດເຮັດກິນເອງໄດ້, ສ້າງບຸກຄະລາກອນໃຫ້ກົງກັບຄວາມຕ້ອງການຂອງການພັດທະນາປະເທດ. ພ້ອມນັ້ນ ຍັງເນັ້ນໜັກກ່ຽວກັບການພັດທະນາຫຼັກສູດໃຫ້ມີຄວາມທັນສະໄໝໃນຍຸກປັດຈຸບັນ.

ພາບປະກອບ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.