ຄະນະວິທະຍາສາດສັງຄົມ ຈັດພິທີສະຫຼຸບຊຸດຮຽນ 2014-2018


ໃນຕອນເຊົ້າ ວັນທີ 12 ກັນຍາ 2018 ນີ້, ຄະນະວິທະຍາສາດສັງຄົມ ໄດ້ຈັດພິທີສະຫຼຸບຊຸດຮຽນ 2014-2018, ຂຶ້ນທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ, ໃນພິທີມີບັນດາ ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຜູ້ຕາງໜ້າຈາກສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ, ພ້ອມນັ້ນຍັງມີຫົວໜ້າພາກວິຊາ-ຮອງຫົວໜ້າພາກ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ຕະຫຼອດຮອດບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາໃນຄະນະວິທະຍາສາດສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ໄດ້ຂຶ້ນຜ່ານບົດສະຫຼຸບເຊິ່ງທ່ານໃຫ້ຮູ້ວ່າ: ຄະນະວິທະຍາສາດສັງຄົມ ເປັນໜຶ່ງໃນ 13 ຄະນະວິຊາໃນ ມະຫາວິທະຍາໄລແຫ່ງຊາດ ມີໜ້າທີ່ສ້າງບຸກຄະລາກອນທາງດ້ານສັງຄົມສາດ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ໃນລະດັບປະລິນຍາຕີ ແລະປະລິນຍາໂທ, ລະດັບປະລິນຍາຕີ ປະກອບມີ 9 ຫຼັກສູດ(ລະດັບປະລິນຍາຕີຕໍ່ເນື່ອງ ປະກອບມີ 3 ຫຼັກສູດ) ແລະລະດັບປະລິນຍາໂທປະກອບມີ 5 ຫຼັກສູດ. ໃນສົກສຶກສາ 2017-2018 ນີ້ ຄະນະວິທະຍາສາດສັງຄົມ ໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ມີຈໍານວນທັງໝົດ 618ຄົນ, ຍິງ 329 ຄົນ. ໃນນັ້ນລະດັບປະລິນຍາໂທມີຈໍານວນ 90 ຄົນ, ຍິງ 39 ຄົນ. ລະດັບປະລິນຍາຕີ 528 ຄົນ, ຍິງ 290 ຄົນ. ພິເສດມີນັກສຶກສາດີເດັ່ນດ້ານການຮຽນ ສາມາດຍາດໄດ້ປະກາສະນີຍະບັດກຽດນິຍົມ(ປະກາສະນິຍະບັດແດງ) ຈໍານວນ 4 ຄົນ, ຍິງ 2 ຄົນ. ພ້ອມນັ້ນຍັງມີນັກສຶກສາທີ່ໄດ້ຮັັບໃບຍ້ອງຍໍ ທີ່ມີຜົນງານເດັ່ນຮອບດ້ານຈຳນວນ 39 ຄົນ, ຍິງ 26 ຄົນ; ນັກສຶກສາດີເດັ່ນດ້ານການຮຽນຕະຫຼອດສົກສຶກສາ ຈໍານວນ 11 ຄົນ, ຍິງ 7 ຄົນ; ນັກສຶກສາທີ່ເປັນແບບຢ່າງໃນການຮຽນຫຼັກສູດຕໍ່ເນື່ອງ ຈໍານວນ 36 ຄົນ, ຍິງ 5 ຄົນ ແລະນັກສຶກສາດີເດັ່ນດ້ານການເຄື່ອນໄຫວກິດຈະກໍາຕ່າງໆ ຈໍານວນ 282 ຄົນ, ຍິງ 157 ຄົນ. ນອກຈາກນີ້ ຄະນະວິທະຍາສາດສັງຄົມ ຍັງໄດ້ສ້າງຜົນງານອັນພົ້ນເດັ່ນ ອັນໄດ້ເຮັດໃຫ້ບົດບາດ ແລະອິດທິພົນຂອງຄະນະວິຊາເປັນທີ່ຍອມຮັບໃນລະດັບຊາດ ແລະສາກົນ. ໃນສົກຮຽນນີ້ ຄະນະວິທະຍາສາດສັງຄົມ ກໍຄືພະນັກງານ, ຄູ-ອາຈານ ພາຍໃນຄະໄດ້ສຸມເຫື່ອແຮງ ທັງສະຕິປັນຍາ ເພື່ອສ້າງນັກສຶກສາໃຫ້ກາຍເປັນຄົນທີ່ມີລະບຽບວິໄນ, ມີຄວາມສຸພາບຮຽບຮ້ອຍ, ມີມະນຸດສໍາພັນທີ່ດີຕໍ່ຄູອາຈານ, ມີຄວາມຮັກແພງສາມັກຄີໝູ່ເພື່ອນ ແລະກາຍເປັນນັກສຶກສາທີ່ຈິດໃຈຊ່ວຍເຫຼືອສັງຄົມອີກດ້ວຍ. ສະນັ້ນຈື່ງເຫັັນໄດ້ຜົນງານ ຢ່າງຫຼວງຫຼາຍ ໂດຍສະເພາະນັກສຶກສາປີສຸດທ້າຍສາມາດເຂົ້າເປັນສະມາຊິກພັກຈໍານວນ 2 ຄົນ, ນັກສຶກສາມະຫາຊົນກ້າວໜ້າຮຽນເອກະສານເປີດກວ້າງ ຈໍານວນ 20 ຄົນ, ຍິງ 8 ຄົນ; ຄຽງຄູ່ກັນນັ້ນ ນັກສຶກສາຍັງໄດ້ປະກອບເຂົ້າໃນວຽກງານການເຄື່ອນໄຫວວຽກງານຕ່າງໆທັງພາຍໃນ ແລະຕ່າງປະເທດ.
ໂອກາດດຽວກັນ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ຂຶ້ນໂອ້ລົມຕໍ່ພິທີດັ່ງກ່າວ, ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍ ແລະສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະນຳ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ໄດ້ປະຕິບັດໜ້າທີຂອງຕົນຈົນໄດ້ຮັບຜົນສຳເລັດ ແລະກ່າວຍ້ອງຍໍນັກສຶກສາທີ່ໄດ້ຮັບປະກາສະນີຍະບັດກຽດນິຍົມ ແລະໃບຍ້ອງຍໍຜົນງານດີເດັ່ນ ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດເພື່ອໃຫ້ມີສະຕິປັນຍາ, ມີຄວາມຮູ້, ຄວາມສາມາດເຂົ້າໃນການສ້າງບຸກຄະລາກອນໃຫ້ທີ່ມີວຸດທິການສຶກສາ ແລະມີຄວາມຮູ້ດ້ານວິຊາເຕັກນິກວິທະຍາສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃຫ້ແກ່ແຕ່ລະຂະແໜງການຕ່າງໆ ແລະທ່ານຍັງໄດ້ຮຽກຮ້ອງມາຍັງນັກສຶກສາທີ່ຈົບການສຶກສາຈົ່ງພ້ອມກັນເອົາໃຈໃສ່ພັດທະນາຕົນເອງເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີສຳເລັດ. ໃນພິທີດັ່ງກ່າວທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ມອບໃບ ຍ້ອງຍໍໃຫ້ນັກສຶກສາທີ່ຮຽນດີ ຮຽນເກັ່ງ ແລະມີຜົນງານດີເດັ່ນອີກດ້ວຍ.