ທ່ານ ວ່າການອະທິການບໍດີ ມຊ. ຕ້ອນຮັບການມາຢ້ຽມຢາມຂອງທ່ານເອກອັກຄະລັດຖະທູດ ປະເທດຊີເລຍ

ຕອນເຊົ້າ ວັນທີ 23 ພະຈິກ 2018ນີ້ທີ່ຫ້ອງຮັບແຂກ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ຂອງທ່ານ Jaime Chomali ເອກອັກຄະລັດຖະທູດ ປະເທດຊີເລຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

         ໂອກາດນີ້ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢ້ຽມຢາມຂອງທ່ານ Jaime Chomali ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ. ຫຼັງຈາກນັ້ນທັງສອງຝ່າຍໄດ້ໂອ້ລົມແລກປ່ຽນຄວາມຄິດເຫັນເພື່ອຈະແລກປ່ຽນວຽກງານດ້ານວິຊາການຮ່ວມກັນໃນອະນາຄົດຂ້າງໜ້າ. ຕອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.