ມຊ ແລະມະຫາວິທະຍາໄລຄຽນຊ່ຽງ ສສ ຫວຽດນາມ ຮັດແໜ້ນການຮ່ວມມືດ້ານວິຊາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOA)  ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລຄຽນຊ່ຽງ ສສ ຫວຽດນາມ  ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກຸມພາ 2019 ນີ້, ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງ ຝ່າຍມະຫາວິທະຍາໄລແຫ່ງຊາດເຊັນໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະຝ່າຍມະຫາວິທະຍາໄລຄຽນຊ່ຽງ ສສ ຫວຽດນາມ ເຊັນໂດຍທ່ານ ຮສ. ປອ. ໄທແທງ ລູມ (Thai Thanh Loum) ອະທິການບໍດີ ມະຫາວິທະຍາໄລຄຽງຊ່ຽງ, ມີຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ກໍເພື່ອນໍາໄປສູ່ການຮ່ວມມືທາງດ້ານວິຊາການຂອງທັງສອງຝ່າຍໃນອະນາຄົດອັນໃກ້ນີ້, ໂດຍສະເພາະແມ່ນການແລກປ່ຽນພະນັກງານ, ຄູ-ອາຈານ ແລະນັກສຶກສາ, ການຄົ້ນຄວ້າວິທະຍາສາດ ທັງໄລຍະສັ້ນ ແລະໄລຍະຍາວ, ຈັດກອງປະຊຸມເຝິກອົບຮົມແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະກັນ; ທັງນີ້ກໍເພື່ອເປັນການສ້າງສາຍພົວພັນຮ່ວມມືອັນດີງາມຂອງສອງມະຫາວິທະຍາໄລໃຫ້ປະກົດຜົນເປັນຈິງ ແລະກວ້າງຂວາງຍິ່ງຂຶ້ນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.