ຄະນະຄູ-ອາຈານ ແລະນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກ ສປ ຈີນ ເຄື່ອນໄຫວເຮັດກິດຈະກຳ ແລະມອບເຄື່ອງ ຊ່ວຍເຫລືອ ທີ່ບ້ານຊຽງແລທ່າ

           ໃນວັນທີ 27 ກຸມພາ 2019 ຜ່ານມານີ້, ຄະນະຄູ-ອາຈານ ແລະນັກສຶກສາທີ່ໄດ້ຮັບທຶນການສຶກສາຈາກລັດຖບານ ສປ ຈີນ ໄດ້ເຄື່ອນໄຫວເຮັດກິດຈະກຳ ແລະມອບເຄື່ອງ ຊ່ວຍເຫລືອ ທີ່ໂຮງຮຽນປະຖົມສົມບູນ ບ້ານຊຽງແລທ່າ ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ.  ຈຸດປະສົງຂອງການລົງເລື່ອນໄຫວກິດຈະກໍາ ແລະມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ໂຮງຮຽນທີ່ຍັງຂາດເຂີນ ອຸປະກອນການຮຽນ, ເຊິ່ງເຄື່ອງທີ່ນຳໄປມອບ ໃຫ້ແກ່ໂຮງຮຽນດັ່ງກ່າວ ປະກອບມີ ໝາກບານເຕະ 5 ໜ່ວຍ, ປື້ມແບບຮຽນພາສາລາວ ປ.2 ຈຳນວນ 37 ຫົວ, ປ.3 ຈຳນວນ 30 ຫົວ, ປ.4 ຈຳນວນ 38 ຫົວ ແລະ ປ.5 ຈຳນວນ 31 ຫົວ; ບິກຂຽນ 300 ກ້ານ, ສໍດຳ 48 ກັບ, ປື້ມແບບຮຽນ ລະດັບມັດທະຍົມສຶກສາ ແລະຊັ້ນອະນຸບານສຶກສາ ອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 2,000,000 ກີບ; ນອກນັ້ນ ກໍຍັງມີເກີບເດັກນ້ອຍ ຈຳນວນ 60 ຄູ່ ຈາກ ສ.ເກົາຫຼີ ອີກກດ້ວຍ.

          ຫຼັງຈາກນັ້ນ ນັກສຶກສາກໍໄດ້ນຳພານ້ອງໆນັກຮຽນ ເຮັດກິດຈະກຳ ຖາມ-ຕອບ ເພື່ອແລກຂອງລາງວັນ ເຊິ່ງກິດຈະກຳດັ່ງກ່າວແມ່ນດຳເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.