ພະນັກງານ ມຊ ແລະພະນັກງານຄະນະຈັດຕັ້ງສູນກາງພັກ ຈັດກິດຈະກໍາ ຮັດແໜ້ນຄວາມສາມັກຄີ

ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ຄັ້ງທີ່ V ຂອງຄະນະພັກຮາກຖານສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ໃນຕອນແລງ ວັນທີ 28 ກຸມພາ 2019 ນີ້, ມະຫາວິທະຍາໄລແຫ່ງຊາດ ແລະຄະນະຈັດຕັ້ງສູນກາງພັກ ໄດ້ຈັດກິດຈະກໍາ ສ້າງສາຍພົວພັນ, ຮັດແໜ້ນຄວາມສາມັກຄີຮ່ວມກັນ ຂຶ້ນທີ່ ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດ, ນໍາໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ຮອງຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫໍສະໝຸດ ແລະພະນັກງານຫຼັກແຫຼ່ງ ທັງສອງຝ່າຍເຂົ້າຮ່ວມ.

        ກິດຈະກໍາຮ່ວມທີ່ທັງສອງຝ່າຍຈັດຂຶ້ນໃນຄັ້ງນີ້ມີການແຂ່ງຂັນກີລາ 2 ປະເພດ ຄື: ແຂ່ງຂັນກີລາບານເຕະ ແລະກີລາດຶງເຊືອກ. ຜົນການແຂ່ງຂັນປະກົດວ່າ: ທັງ 2 ທີມ ສະເໝີກັນ 2 - 2 ປະຕູ, ສ່ວນຜົນການແຂ່ງຂັນດຶງເຊືອກແມ່ນທີມຄະນະຈັດຕັ້ງສູນກາງພັກ ສາມາດເອົາຊະນະ ທີມຈາກມະຫາວິທະຍາໄລແຫ່ງຊາດໄປໄດ້. ການຈັດກິດຈະກໍາຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ-ມ່ວນຊື່ນ; ເຊິ່ງໃນໂອກາດດັ່ງກ່າວໄດ້ເປັນການສ້າງ ນິມິດໝາຍໃຫ້ການນໍາ, ພະນັກງານຫຼັກແຫຼ່ງ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະຄະນະຈັດຕັ້ງສູນກາງພັກໄດ້ມີຄວາມໃກ້ຊິຕິດແທດກັນຫຼາຍຂຶ້ນ, ທັງເປັນການເພີ່ມທະວີສາຍພົວພັນຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະກັນທີ່ມີມາແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.