ມະຫາວິທະຍາໄລແຫ່ງຊາດ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພສ.໒໕໖໒


ເນື່ອງໃນໂອກາດສົ່ງທ້າຍປີເກົ່າພສ.໒໕໖໑ຕ້ອນຮັບປີໃໝ່ລາວພສ.໒໕໖໒ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງກໍຄືເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍປະຕິບັດສືບທອດກັນມາ, ໃນວັນທີ 12ເມສາ 2019 ຜ່ານມານີ້,ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ລາວພສ.໒໕໖໒ຂຶ້ນທີ່ສໍານັກງານອະທິການບໍດີມະຫາວິທະຍາໄລແຫ່ງຊາດໃນພິທີ ມີທ່ານ ຮສ.ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ, ແຂກຖືກເຊີນ, ພະນັກງານອາວຸໂສບໍານານ, ຄູ-ອາຈານເຂົ້າຮ່ວມ.
ການສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ທີ່ຈັດຂຶ້ນໃນປີນີ້ ກໍຄືຫຼາຍປີທີ່ຜ່ານມາ ໂດຍເລີ່ມແຕ່ເວລາ10:00 ໂມງ ໄດ້ຈັດພິທີບາສີສູ່ຂວັນເພື່ອເປີດໂອກາດໃຫ້ພາກສ່ວນຕ່າງໆອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ ໄດ້ຜູກແຂນອວຍພອນຄະນະນໍາ ແລະຄະນະນຳກໍໄດ້ອວຍພອນພະນັກງານ, ຄູ-ອາຈານ, ພະນັກງານອາວຸໂສບຳນານ ແລະອວຍພອນເຊິ່ງກັນແລະກັນ, ຈາກນັ້ນກໍໄດ້ເຂົ້າສູ່ງານລ້ຽງອາຫານທ່ຽງ ແລະຮ່ວມມ່ວນຊື່ນ-ລໍາວົງສາມັກຄີ ທີ່ເດີ່ນດ້ານໜ້າຕຶກສໍານັກງານອະທິການບໍດີ ຈົນເຖິງເວລາອັນສົມຄວນຈຶ່ງໄດ້ເລີກລາກັນ.
ສ່ວນຄະນະວິຊາຕ່າງໆອ້ອມຂ້າງມະຫາວິທະຍາໄລແຫ່ງຊາດກໍໄດ້ຈັດງານສະເຫຼີມສະຫຼອງປີໃໝ່ລາວຂຶ້ນພ້ອມກັນຢູ່ໃນຄະນະວິຊາຂອງໃຜລາວ. ທັງນີ້ກໍເພື່ອເປັນການອະນຸລັກ ແລະສົ່ງເສີມວັດທະນະທໍາ-ຮີດຄອງປະເພນີຂອງຊາດ ເວົ້າລວມ; ເວົ້າສະເພາະກໍເພື່ອເປັນການສ້າງບັນຍາກາດພົບປະສັງສັນລະຫວ່າງຄະນະນໍາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຮ່ວມກັນປີລະຄັ້ງ. ເຊິ່ງໄດ້ຖືໂອກາດນີ້ອວຍພອນໃຫ້ແກ່ກັນແລະກັນ ອັນເຕັມໄປດ້ວຍຮອຍຍິ້ມ ແລະຮັກໄຄ່ຕໍ່ກັນ. ພິເສດໃນງານສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວປີນີ້ ທາງມະຫາວິທະຍາໄລແຫ່ງຊາດ ບໍ່ໄດ້ມີການດື່ມເຫຼົ້າ, ເບຍແຕ່ຢ່າງໃດ; ທັງນີ້ ກໍເພື່ອເປັນການປະຢັດມັດຖະຍັດ ແລະຫຼີກລ່ຽງການມຶນເມົາ ເພື່ອຄວາມປອດໄພໃນການໄປມາ.