ມຊ ແລະມະຫາວິທະຍາໄລຣາຊະພັດ ບ້ານສົມເດັດເຈົ້າພະຍາ ຮັດແໜ້ນການຮ່ວມມືທາງດ້ານວິຊາການ.

1556156255 tmp IMG 3781

ໃນຕອນເຊົ້າວັນທີ 21 ເມສາ 2019 ຜ່ານມານີ້ ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ ຮສ. ດຣ. ນາງ ລິນດາ ເກນມາ ອະທິການບໍດີ ມະຫາວິທະຍາໄລຣາຊະພັດ ບ້ານສົມເດັດເຈົ້າພະຍາ  ຣາຊະອານາຈັກໄທ ທີ່ເດີນທາງມາຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ.

ໂອກາດນີ້, ທ່ານ ຮສ. ດຣ. ນາງ ລິນດາ ເກນມາ ອະທິການບໍດີ ມະຫາວິທະຍາໄລ ຣາຊະພັດ ບ້ານສົມເດັດເຈົ້າພະຍາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບທີ່ອົບອຸ່ນ ຈາກຝ່າຍ ມະຫາວິທະຍາໄລແຫ່ງຊາດ ທັງໄດ້ກ່າວເຖິງການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ; ໂດຍສະເພາະແມ່ນການຮ່ວມມືກັບ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮ່ວມມືກັນທາງການວິຊາການ ມາແຕ່ດົນນານ; ເຊິ່ງຈຸດປະສົງຂອງການຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ກໍເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືດ້ານວິຊາການ ເຊິ່ງກັນ ແລະກັນ ໃຫ້ກວ້າງຂວາງຍິ່ງຂຶ້ນ, ທັງນີ້ກໍເພື່ອສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມໃນການຮ່ວມມືກັນໃນໄລຍະຜ່ານມາ.

ພາຍຫຼັງການປຶກສາຫາລື, ໃນພິທີຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU)ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລຣາຊະພັດ ບ້ານສົມເດັດເຈົ້າພະຍາ  ຣາຊະອານາຈັກໄທ; ຝ່າຍມະຫາວິທະຍາໄລແຫ່ງຊາດເຊັນໂດຍທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ແລະຝ່າຍມະຫາວິທະຍາໄລຣາຊະພັດ ບ້ານສົມເດັດເຈົ້າພະຍາ ເຊັນໂດຍທ່ານ ຮສ. ດຣ. ນາງ ລິນດາ ເກນມາ ອະທິການບໍດີ, ໂດຍມີບັນດາຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ການລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ຄັ້ງນີ້, ແມ່ນແນໃສ່ຊຸກຍູ້-ສົ່ງເສີມການແລກປ່ຽນທາງດ້ານວິຊາການ, ໂດຍສະເພາະແມ່ນ ການແລກປ່ຽນພະນັກງານວິຊາການ, ຄູ-ອາຈານ ແລະນັກສຶກສາ, ການສ້າງບົດຄົ້ນຄວ້າວິໄຈ, ການຈັດກອງປະຊຸມຝຶກອົບຮົມວິຊາການ ແລະແລກປ່ຽນຂໍ້ມູນຂ່າວສານຕ່າງໆຮ່ວມກັນ.

ພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.