ຄະນະອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງ ປະຈໍາປີ 2018

ກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງ ທົ່ວປະເທດ ປະຈໍາປີ 2018 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ເມສາ 2019 ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ພ້ອມດ້ວຍ ບັນດາຄະນະອະທິການບໍດີ ມະຫາວິທະຍາໄລຕ່າງໆ, ຫົວໜ້າກົມ, ຫົວໜ້າຫ້ອງການ, ບັນດາຜູ້ອໍານວຍການບັນດາວິທະຍາໄລ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະເອກະຊົນທີ່ຂຶ້ນກັບກະຊວງສຶກສາທິການ ແລະກີລາ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ໄດ້ກ່າວຕໍ່ກອງປະຊຸມ ທ່ານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນການພັດທະນາການສຶກສາ ປະຈໍາປີ 2018 ແລະແຜນຈຸດສຸມປີ 2019 ຂອງຂະແໜງການຍ່ອຍ ການສຶກສາຊັ້ນສູງ ເຊິ່ງຜ່ານການຈັດຕັ້ງ ມະຕິກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງທົ່ວະເທດ ປະຈໍາປີ 2017 ແລະແຜນການເຄື່ອນໄຫວຂອງຂະແໜງການສຶກສາຊັ້ນສູງ ປະຈໍາປີ 2018 ສາມາດຕີລາຄາໄດ້ຜົນສໍາເລັດ ແລະສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນດ້ານການຂະຫຍາຍໂອກາດເຂົ້າຮຽນ ໃນສົກປີ 2018 ໃນທົ່ວປະເທດ. ສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະເອກະຊົນ ຈໍານວນທັງໜົດ 80 ແຫ່ງ ( ພາກລັດມີ 21 ແຫ່ງ, ພາກເອກະຊົນ 59 ແຫ່ງ) ທີ່ໄດ້ດໍາເນີນການຮຽນການສອນ ແຕ່ລະດັບອະນຸປະລິນຍາຕີ, ປະລິນຍາຕີ, ລົງເລິກຂະແໜງການຊ່ຽວຊານຂັ້ນ 1 ຊ່ຽວຊານຊັ້ນ 2, ປະລິນຍາໂທ ແລະປະລິນຍາເອກ, ຈໍານວນສະຖາບັນ ໃນປີ 2018 ທຽບໃສ່ປີ 2017 ເຫັນວ່າບໍ່ມີການປ່ຽນແປງ ແລະຈໍານວນນັກສຶກສາໃນສະຖາບັນການສຶກສາຊັ້ນສູງ ທັງພາກລັກ ແລະເອກະຊົນລວມທັງໝົດ 65.472 ຄົນ. ໃນນັ້ນ ນັກສຶກສາພາກລັດມີ 41.892 ຄົນ, ຍິງ 19.460 ຄົນ ເທົ່າກັບ 25,39% ແລະພາກເອກະຊົນມີ 23.580 ຄົນ, ຍິງ 12.676 ຄົນເທົ່າກັບ 53,75%.
ສະເພາະມະຫາວິທະຍາໄລ 4 ແຫ່ງທີ່ຂຶ້ນກັບ ກະຊວງສຶກສາທິການ ແລະກີລາ ມີ 34.736 ຄົນ, ຍິງ15.998 ຄົນ ເທົ່າກັບ46,05% ສະແດງໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດນະໂຍບາຍຕໍ່ນັກສຶກສາເພດຍິງ ໃນ 4 ມະຫາວິທະຍາໄລ ແມ່ນສາມາດປະຕິບັດໄດ້ຕາມຄາດໝາຍທີ່ວາງອອກໃນອັດຕາ 45% ຕໍ່ນັກສຶກສາທັງໝົດ. ສ່ວນສະຖິຕິຂອງອາຈານ, ພະນັກງານ ຢູ່ 4 ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະກີລາ. ໃນນັ້ນ, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີພະນັກງານທັງໝົດ 1.755 ຄົນ, ຍິງ 785 ຄົນ, ມະຫາວິທະຍາໄລຈໍາປາສັກ (ມຈ) ມີ 401 ຄົນ, ຍິງ 152 ຄົນ, ມະຫາວິທະຍາໄລສຸພານຸວົງ (ມສ), ມີ 413 ຄົນ, ຍິງ 123 ແລະມະຫາວິທະຍາໄລສະຫວັນນະເຂດ(ມຂ) ມີ 313 ຄົນ, ຍິງ 134 ຄົນ. ສໍາລັບປີ 2018 ມີຜູ້ສໍາເລັດການສຶກສາ ແລະໄດ້ຮັບປະກາສະນິຍະບັດຈາກສະຖາບັນການສຶກສາຊັ້ນສູງ ທັງພາກລັດ ແລະເອກະຊົນ ໃນລະດັບອະນຸປະລິນຍາ ເຖິງລະດັບປະລິນຍາເອກ ຈໍານວນທັງໝົດ 13.112 ຄົນ, ຍິງ 5479 ຄົນ, ສະເພາະຢູ່ມະຫາວິທະຍາໄລ 4 ແຫ່ງມີ 9.975 ຄົນ, ຍິງ 3.828 ຄົນ.
ເຖິງຢ່າງໃນກໍຕາມ, ຜົນສໍາເລັດທີ່ເວົ້າມານັ້ນ, ຍັງມີບັນຫາ ແລະສິ່ງທ້າທາຍຫຼາຍ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຂອງສະຖາບັນການສຶກສາຊັ້ນສູງ ຍັງບໍ່ທັນມີຄຸນນະພາບດີເທົ່າທີ່ຄວນ ແລະຍັງບໍ່ທັນປັບປຸງຫຼັກສູດໄປຕາມຄວາມຕ້ອງການຂອງສັງຄົມ, ການກໍານົດທິດທາງຍັງບໍ່ທັນຊັດເຈນ ເພື່ອສົ່ງເສີມໃຫ້ສະຖາບັນການສຶກສາຊັ້ນສູງສ້າງຄວາມເຂັ້ມແຂງທາງດ້ານການເງິນ ແລະສົ່ງເສີມການເປັນເຈົ້າຕົນເອງ, ການຍົກລະດັບຄວາມຮູ້ຄວາມສາມາດຂອງຄູອາຈານຍັງບໍ່ໄດ້ລົງເລິກວິຊາສະເພາະທີ່ກ່ຽວຂ້ອງກັບການສິດສອນ, ເຊິ່ງສ່ວນໃຫຍ່ເນັ້ນໃສ່ການບໍລິຫານ-ຄຸ້ມຄອງ ແລະການເຜີຍແຜ່ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດຍັງບໍ່ທັນກວ້າງຂວາງ, ສໍາລັບສາເຫດ ຍັງຂາດບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດທາງດ້ານວິຊາການ ແລະການຄຸ້ມຄອງບໍລິຫານ, ຍັງຂາດນິຕິກໍາເພື່ອຄຸ້ມຄອງສະຖາບັນການສຶກສາຊັ້ນສູງການປະຕິບັດລະບອບຕິດຕາມ.
ສ່ວນແຜນຈຸດສຸມ ປະຈໍາປີ 2019 ໂດຍສະເພາະ ການຂະຫຍາຍໂອກາດການເຂົ້າຮຽນແມ່ນຈະສືບຕໍ່ປະຕິບັດນະໂຍບາຍໃຫ້ທຶນການສຶກສາແກ່ນັກຮຽນເກັ່ງ, ແມ່ຍິງ ແລະຜູ້ດ້ອຍໂອກາດຈາກຄອບຄົວທຸກຍາກ 20% ແມ່ນໄດ້ຮັບເບ້ຍລ້ຽງຈາກລັດຖະບານ, ໃນນີ້ 10% ແມ່ນມອບໃຫ້ມະຫາວິທະຍາໄລຄົ້ນຄວ້າຄັດເລືອກ ແລະອີກ 10% ແມ່ນມອບໃຫ້ພະແນກສຶກສາທິການ ແລະກີລາຄົ້ນຄວ້າຄັດເລືອກ ແລະ 80% ແມ່ນຈ່າຍຄ່າຮຽນ(ໂດຍການສອບເສັງລະດັບຊາດ), ດ້ານວຽກງານການຮ່ວມມືກັບຕ່າງປະເທດ ໃນການແລກປ່ຽນນັກສຶກສາ, ຄູ-ອາຈານ ເພື່ອພັດທະນາການສຶກສາຊັ້ນສູງ ໃຫ້ມີຄຸນນະພາບກ້າວສູ່ຂົງເຂດ ແລະສາກົນໃຫ້ໄດ້ເທື່ອລະກ້າວ, ສືບຕໍ່ລົງປະເມີນບັນດາວິທະຍາໄລ ແລະນໍາສະເໜີຕໍ່ສະພາການສຶກສາຊັ້ນສູງໃຫ້ຮັບຮອງ ເພື່ອຍົກເປັນສະຖາບັນຕາມລະບຽບການ, ຕິດຕາມການສອບເສັງເຂົ້າຮຽນມະຫາວິທະຍາໄລ 4 ແຫ່ງ ແລະສະຖາບັນການສຶກສາຊັ້ນສູງແຫ່ງຕ່າງໆ ປະຈໍາສົກສຶກສາ 2019-2020 ແລະກະກຽມກອງປະຊຸມ ສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດການ ແລະແຜນການສອບເສັງ ປະຈໍາສົກສຶກສາ 2020 -2021.
ກອງປະຊຸມດັ່ງກ່າວ, ໄດ້ດໍາເນີນໄປເປັນໄລຍະ 3 ວັນ(24-26 ເມສາ 2019) ເຊິ່ງຜູ້ແທນທີ່ເຂົ້າຮ່ວມໃນກອງປະຊຸມ ໄດ້ຮັບຟັງການລາຍງານບົດສະຫຼຸບການສຶກສາຊັ້ນສູງ ປະຈໍາປີ 2017-2018, ແລະສະເໜີແຜນພັດທະນາການສຶກສາຊັ້ນສູງປະຈໍາສົກສຶກສາ 2018-2019, ສະເໜີບັນດານິຕິກໍາກ່ຽວກັບການສຶກສາຊັ້ນສູງທີ່ໄດ້ຮັບການຮັບຮອງ ແລະຮ່າງນິຕິກໍາທີ່ກໍາລັງປັບປຸງ ເພື່ອເປັນບ່ອນອີງໃນການພັດທະນາວຽກງານການສຶກສາຊັ້ນສູງໃນຕໍ່ໜ້າ ແລະຮັບຟັງການລາຍງານຜົນການດໍາເນີນງານຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງ.