ຄະນະພັກຮາກຖານ ສຳນັກງານອະທິການບໍດີ ມຊ. ຈັດກອງປະຊຸມໃຫຍ່ ຄັ້ງທີ V


ໃນຕອນບ່າຍວັນທີ 26 ເມສາ 2019 ຜ່ານມານີ້, ຄະນະພັກຮາກຖານ ສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ ຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ. ໂດຍການເປັນປະທານຂອງສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ຄະນະພັກກະຊວງສຶກສາທິການ ແລະກີລາ, ເລຂາອົງຄະນະພັກ, ວ່າການອະທິການບໍດີ ມຊ, ມີ ສະຫາຍ ຮສ. ໂພສີ ທິບດາວັນ ເລຂາພັກຮາກຖານສຳນັກງານອະທິການບໍດີ ມຊ, ພ້ອມດ້ວຍຄະນະ, ບັນດາຫົວໜ້າໜ່ວຍ, ຫົວໜ້າຈຸ, ສະມາຊິກພັກທົ່ວສຳນັກງານອະທິການບໍດີ ແລະ ຕາງໜ້າ 3 ອົົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີສະຫາຍ ຮສ. ໂພສີ ທິບດາວັນ ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ (ຊຸດເກົ່າ) ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວ ແລະທິດທາງແຜນການໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວຽກງານຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ທາງຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ ຍາດມາໄດ້ ແລະໄດ້ສຸມເຫື່ອແຮງ, ສະຕິປັນຍາພ້ອມກັນຈັດຕັ້ງປະຕິບັດເຮັດລ້ອນໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້ຈົນສໍາເລັດ. ຈາກຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ຄະນະພັກຮາກຖານ ສຳນັກງານອະທິການບໍດີ ໄດ້ສ້າງສະມາຊິກພັກເຂັ້ມແຂງ ຈຳນວນ 189 ສະຫາຍ, ຍິງ 92 ສະຫາຍ. ປານກາງມີ 14 ສະຫາຍ, ສ້າງໜ່ວຍພັກເຂັ້ມແຂງ ຮູ້ນຳພາຮອບດ້ານ ຈຳນວນ 12 ໜ່ວຍພັກ; ໃນນັ້ນມີິ 6 ໜ່ວຍພັກໄດ້ໜ່ວຍພັກເຂັ້ມແຂງ 4 ປີຊ້ອນ; ດ້ານວຽກງານຂະຫຍາຍພັກໄດ້ຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າ ຈຳນວນ 110 ສະຫາຍ, ຮຽນກົດລະບຽບພັກໃຫ້ມະຫາຊົນກ້າວໜ້າໄດ້ 74 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງໄດ້ 56 ສະຫາຍ, ເລື່ອນຈາກສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນໄດ້ 67 ສະຫາຍ. ດ້ານທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃນແຕ່ລະດ້ານ ພ້ອມທັງປະຕິບັດຕາມພາລະບົດບາດ ແລະລະບຽບຂອງພັກຢ່າງເຄັ່ງຄັດ.
ຈາກນັ້ນ, ໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະພັກຮາກຖານສໍານັກງານອະທິການບໍດີ ມຊ. ຊຸດໃໝ່ ຈໍານວນ 7 ສະຫາຍ; ຈາກຜູ້ສະໝັກ 10 ສະຫາຍ; ຜົນຂອງການປ່ອນບັດ-ຄັດເລືອກໃນທີ່ປະຊຸມເຫັນດີໃຫ້ສະຫາຍ ຮສ. ຄຳເຜີຍ ພົມມະຈັນ ເປັນເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ, ສະຫາຍ ປອ. ໄກສອນ ເພັງໂສພາ ເປັນຮອງເລຂາ, ສະຫາຍ ຄຳເຟືອງ ລໍວັນໄຊ ເປັນປະທານກວດກາ, ສະຫາຍ ຮສ. ໂພສີ ທິບດາວັນ, ສະຫາຍ ປອ. ສິດທິໄຊ ໄຊຍະວົງ, ສະຫາຍ ອາລຸນສະຫວັດ ແສນດວງເດດ ແລະສະຫາຍ ນາງ ບຸນນໍາ ຊົມວິມານ ເປັນຄະນະ.
ໃນຕອນທ້າຍພິທີ ສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ໄດ້ກ່າວໂອ້ລົມ ແລະໃຫ້ທິດຊີ້ນຳແກ່ ຄະນະພັກຮາກຖານສໍານັກງານອະທິການບໍດີ (ມຊ) ຊຸດໃໝ່, ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກຮາກຖານຊຸດເກົ່າຍາດມາໄດ້ ແລະພ້ອມທັງໄດ້ກ່າວເນັ້ນໃຫ້ຄະນະຮາກຖານຊຸດໃໝ່ ຈົ່ງພ້ອມກັນຕັ້ງໜ້າຜັນຂະຫຍາຍແຜນການໃຫ້ມີການປັບປຸງ ແລະຈັດຕັ້ງປະຕິບັດວຽກງານໃຫ້ເກີດດອກອອກຜົນ, ປັບປຸງການແບ່ງໜ້າທີຄວາມຮັບຜິດຊອບຢ່າງລະອຽດ, ມີການກວດກາ ຕິດຕາມ ແລະປະຕິບັດວຽກງານໃຫ້ສອດຄ່ອງກັບແຜນຍຸດທະສາດຂອງມະຫາວິທະຍາໄລແຫ່ງຊາດວາງອອກ.