ສະຫະພັນກໍາມະບານ ຮາກຖານສຳນັກອະທິການບໍດີ ສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ.

ເພື່ອເປັນການສ້າງຂະບວນການຕ້ອນຮັບວັນກໍາມະກອນສາກົນ ຄົບຮອບ 133 ປີ (1/5/1886– 1/5/2019) ແລະຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ່ V ຂອງຄະນະພັກຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,ໃນຕອນບ່າຍ ວັນທີ 30ເມສາ 2019 ຜ່ານມານີ້, ສະຫະພັນກໍາມະບານ ຮາກຖານສຳນັກອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຂະບວນການອອກແຮງລວມ, ນຳໂດຍສະຫາຍ ນາງ ບຸນນໍາ ຊົມວິມານ ປະທານສະຫະພັນກຳມະບານ ຮາກຖານສຳນັກງານອະທິການບໍດີ, ມີຫົວໜ້າໜ່ວຍ-ຮອງໜ່ວຍ ພ້ອມດ້ວຍ ສະມາຊິກກຳມະບານຫ້ອງການຕ່າງໆ ອ້ອມຂ້າງສໍານັກງານ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.
ການອອກແຮງງານລວມໃນຄັ້ງນີ້ ກໍ່ເພື່ອເປັນສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ ກໍຄືວັນກໍາມະກອນສາກົນ ຄົບຮອບ 133 ປີ (1/5/1886– 1/5/2019) ແລະຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ່ V ຂອງຄະນະພັກຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ການອອກແຮງງານດັ່ງກ່າວ ແມ່ນອະນາໄມໃນຂອບເຂດອ້ອມຂ້າງ ຕຶກສຳນັກງານອະທິການບໍດີ, ໂດຍໄດ້ມີການປັດກວາດຂີ້ເຫຍື້ອບໍລິເວນໜ້າຕຶກ, ເກັບຂີ້ເຫຍື້ອຕາມແຄມທາງ, ອະນາໄມຮ່ອງລະບາຍນໍ້າ ເພື່ອໃຫ້ມີຄວາມສະອາດ ແລະຈົບງາມ.