ບົດກອນ: 1 ພຶດສະພາ ກໍາມະກອນກ້າຈົ່ງຈະເລີນ

 

  • ກ່ອນຈະມີຊື່ເອີ້ນ               ນາມກ່າວຂານໄຂ

ໃນຄວາມໝາຍຍໍຍົກ                  ວ່າວັນກໍາມະກອນແຈ້ງ

ລອງແຍງຫວນຄືນກໍ້າ                  ຄະນິງຫາໃນອະດີດ

ປານມີດແທງທັ່ງທື້ນ                   ຢືນສູ້ສືບມາ  ນັ້ນນາ

  • ຊາວປະຊາຖືກຮັບໃຊ້          ນາຍໃຫຍ່ນາຍໂຕ

16 ຊົ່ວໂມງກໍານົດ                    ແກ່ຊຸມຊາວຊັ້ນ

ທຸກວັນນາຍຄຸມຊີ້                      ຮາວີປ້ອຍດ່າ

ຊາວປະຊາເມື່ອຍມ້ອຍ                 ທັງຄ່າແຮງເຫຼືອໜ້ອຍ

ບໍ່ພໍກຸ້ມຄ່າກິນ ເດ້ນໍ້

  • ກຳມະກອນເລີຍລຸກຂຶ້ນ        ທວງຍາດເອົາສຽງ

ພ້ອມພຽງກັນທວງເອົາ                ຄ່າແຮງສົມໃຊ້

16 ຊົ່ວໂມງວາງໄວ້                   ໃຫ້ເຫຼືອພຽງ 8

ທັງຄ່າແຮງຈ່າຍຈ້າງ                    ກໍສົມດ້າມດັ່ງຫວັງ   ແດ່ໜາ

  • ກໍາມະກອນຄົນເກັ່ງກ້າ         ນໍາພາກໍ່ສະຖານ

ທັງເຮືອນຊານອາຄານສູງ              ກໍ່ແມ່ນກໍາມະກອນສ້າງ

ເສັ້ນທາງຫຼາຍເສັ້ນ                     ທັງສິ່ງຂອງທຸກຢ່າງ

ກໍແມ່ນກໍາມະກອນຊ່ວຍສ້າງ          ຈຶ່ງຈະເລີນກ້າວດັ່ງທີ່ເຫັນ  ນັ້ນແລ້ວ

  • ກໍາມະກອນຄົນຮັບຈ້າງ        ຂາຍເຫື່ອແຮງກາຍ

ໝາຍຢາກມີເງິນທອງ                 ເຄື່ອງຂອງຊົມໃຊ້

ຈຶ່ງໄດ້ທານທົນສູ້                       ລຸຍງານຜ່ານຜ່າ

ເຫື່ອຫຼັງໄຫຼອາບໜ້າ                   ຈື່ງເຫັນໄດ້ຄ່າແຮງ

  • ກໍາມະກອນທົນອົດສູ້          ດຸໝັ່ນຂະຫຍັນຫາ

ໄດ້ເງິນມາພຽນແພງ                   ແບ່ງອອມຊອມໃຊ້

ໃຫ້ຄອບຄົວຕົນໄດ້                    ມີກິນ-ມີຢູ່

ວັດຖຸຂອງເຄື່ອງໃຊ້                    ໃນເຮືອນຢ້າວສຸກສະບາຍ  ພຸ້ນໜາ

  • 1 ພຶດສະພາ ຂໍອວຍພອນແດ່ເຈົ້າ      ຊາວຜູ້ອອກແຮງງານ

ທຸກທ່ານຂໍໃຫ້ເບີຍບານໃສ                    ໂຊກໄຊວຽນຕ້ອງ

ຢ່າມີໝອງມົ່ນເສົ້າ                             ເລົາຄີງໃຫ້ດູເດັ່ນ

ເຮັດວຽກຫຍັງຂໍໃຫ້ໄດ້ຄ່າຈ້າງ                 ເກີນກີ້ເກົ່າຫຼັງ  ພຸ້ນໄດ່

  • ຄວາມປ່ວຍໄຂ້ຈົ່ງຜ່ານພົ້ນ     ສຸຂະຍິ່ງເຕັມພະລັງ

ທຸກສິ່ງສຸກສົມຫວັງ                    ດັ່ງປະສົງໝາຍໄວ້

ໃຫ້ຊ່ວຍກັນເສີມສ້າງ                  ສັງຄົມໃຫ້ກ້າວເດັ່ນ

ເປັນທີ່ລືຍົກຍ້ອງ                       ກໍາມະກອນກ້າເກັ່ງແຂງ    ພຸ້ນໜາ   

                                                              ໂດຍ: ພະແນກປະຊາສໍາພັນ ມຊ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.