ພິທີເປີດນຳໃຊ້ເດີ່ນບານເຕະສະຖາປັດ FC ຄູ່ຮ່ວມພັດທະນາ ບໍລິສັດລາວລາດຊະວົງກໍ່ສ້າງ ແລະສ້ອມແປງເຄຫະສະຖານ

         ໃນຕອນບ່າຍ ວັນທີ 1 ພຶດສະພາ 2019 ທີ່່ຜ່ານມາ, ຄະນະສະຖາປັດະຍະກຳສາດ ຮ່ວມກັບບໍລິສັດລາວລາດຊະວົງກໍ່ສ້າງ ແລະສ້ອມແປງເຄຫະສະຖານຈຳກັດ ໄດ້ຈັດພິທີເປີດນຳໃຊ້ເດີ່ນບານເຕະ ສະຖາປັດ FC ຄູ່ຮ່ວມພັດທະນາ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ພັອ. ອິນໂທ ທຳມະນີລາ ຫົວໜ້າຫ້ອງການການເມືອງ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະບໍດີ-ຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

          ໃນພິທີ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ກໍໄດ້ກ່າວຕໍ່ພິທີວ່າ: ການເປີດນຳໃຊ້ເດີນກີລາໃນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງຂອງການພັດທະນາວຽກງານ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະກີລາວາງອອກ ນັ້ນກໍຄື ພາລະສຶກສາ, ທີ່ນັກສຶກສາຈະມີບ່ອນຝຶກແອບ ແລະຫຼີ້ນກີລາໃນຍາມວ່າງ ທັງເປັນບ່ອນຝຶກຝົນທັກສະຂອງນັກກີລາເພື່ອກະກຽມເຂົ້າໃນການແຂ່ງຂັນລາຍການຕ່າງໆອີກດ້ວຍ.

          ເດີນກີລາສະຖາປັດ FC ຄູ່ຮ່ວມພັດທະນາເປັນການຮ່ວມມືລະຫວ່າງ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ແລະບໍລິສັດລາວລາດຊະວົງກໍ່ສ້າງ ແລະສ້ອມແປງເຄຫະສະຖານຈຳກັດ ເປັນອີກສະໜາມກີລາໜຶ່ງທີ່ໄດ້ມາດຕະຖານ ແລະມີຫຼາກຫຼາຍສິ່ງອຳນວຍຄວາມສະດວກໃນການຫຼີ້ນກີລາ, ການຝຶກຊ້ອມ ແລະຈັດກິດຈະກໍາອື່ນໆ. ພິເສດ ໃນທຸກໆວັນພຸດ (ວັນຈັດກິດຈະກຳສຳຄັນຂອງ ມຊ) ແມ່ນຈະໄດ້ເປີດໃນນັກສຶກສາ, ພະນັກງານ, ຄູ-ອາຈານ ພາຍໃນ ມະຫາວິທະຍາໄລແຫ່ງຊາດ ເຂົ້າຊົມໃຊ້ຟຣີໂດຍບໍ່ມີການເສຍຄ່າໃດໆ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.