ສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມ ສໍາເລັດຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ.

ໃນຕອນເຊົ້າວັນທີ 3ພຶດສະພາ 2019 ຜ່ານມານີ້, ສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ ຂຶ້ນທີ່ສະໂມສອນໃຫຍ່ຊັ້ນ II ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍການເຂົ້້າຮ່ວມເປັນປະທານຂອງສະຫາຍ ນາງ ວຽງສຸກ ແພງບຸບຜາ ຮອງປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ, ປະທານສະຫະພັນແມ່ຍິງ ມຊ, ມີສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາພັກຮາກຖານ ຄະນະວິທະຍາສາດສັງຄົມ, ມີປະທານສະຫະພັນແມ່ຍິງຮາກຖານອ້ອມຂ້າງ ພ້ອມດ້ວຍເລຂາຊາວໜຸ່ມ, ປະທານກໍາມະບານ, ຫົວໜ້າໜ່ວຍ, ຫົວໜ້າຈຸ ແລະສະມາຊິກສະຫະພັນແມ່ຍິງທົ່ວຮາກຖານ ຄະນະວິທະຍາສາດສັງຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີສະຫາຍ ປອ. ນາງ ສົມຄິດ ບູລີດໍາ ປະທານສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມ (ຊຸດເກົ່າ)ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວ 5 ປີ(2014-2019) ແລະສະເໜີທິດທາງແຜນການໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວຽກງານແມ່ຍິງຮາກຖານຕົນຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ທາງສະມາຊິກສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມຍາດມາໄດ້ ແລະໄດ້ສຸມເຫື່ອແຮງ, ສະຕິປັນຍາພ້ອມກັນຈັດຕັ້ງປະຕິບັດເຮັດລ້ອນໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້ຈົນສໍາເລັດ. ຈາກຜົນງານທີ່ຍາດມາໄດ້ໃນໄລຍະ 5ປີຜ່ານມານັ້ນ ກໍຍ້ອນການເອົາໃຈໃສ່ຊີ້ນໍາ-ນໍາພາຂອງສະຫະພັນແມ່ຍິງ ມຊ ແລະເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ. ສໍາລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ແນໃສ່ປັບປຸງແບບແຜນວິທີເຮັດວຽກໃນແຕ່ລະດ້ານໃຫ້ດີຂຶ້ນ ພ້ອມທັງປະຕິບັດຕາມພາລະບົດບາດ ແລະລະບຽບຂອງສະຫະພັນແມ່ຍິງໃຫ້ໄດ້ຮັບໝາກຜົນ ແລະປະກົດຜົນເປັນຈິງໃນຕໍ່ໜ້າ.
ຈາກນັ້ນ ໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມ ຊຸດໃໝ່ ຈໍານວນ 5 ສະຫາຍ; ຈາກຜູ້ສະໝັກ9ສະຫາຍ; ຜົນຂອງການປ່ອນບັດ-ຄັດເລືອກໃນທີ່ປະຊຸມເຫັນດີໃຫ້ສະຫາຍ ນາງ ຈັນທະຈອນ ສີຫາລາດ ເປັນປະທານສະຫະພັນແມ່ນຍິງຮາກຖານ ຄະນະວິທະຍາສາດສັງຄົມ, ສະຫາຍ ນາງ ຈັນດາວັນ ສີສຸລາດ ເປັນຮອງປະທານ, ສະຫາຍ ນາງ ສຸກສະຫວັນ ສົມບູນຂັນ ເປັນປະທານກວດກາ, ສະຫາຍ ນາງ ລັດສະໜີ ຈັນທະບັນທົງ ແລະສະຫາຍ ນາງ ມະນີວັນ ແສງພະຈັນ ເປັນຄະນະ.