ໜວ່ຍພັກຫ້ອງການສັງລວມ ແລະໜ່ວຍພັກຫ້ອງການວິຊາການ ຮາກຖານສໍານັກງານອະທິການບໍດີ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າ

1557307114 tmp IMG 5070

ເພື່ອຈັດຕັ້ງປະຕິບັດ ແລະຜັນຂະຫຍາຍກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນໃຫ້ມີຄວາມກ້າວໜ້າ. ໃນຕອນບ່າຍ ວັນທີ 2 ພຶດສະພາ 2019 ຜ່ານມານີ້, ໜວ່ຍພັກຫ້ອງການສັງລວມ ແລະໜ່ວຍພັກຫ້ອງການວິຊາການ ຮາກຖານສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂຶ້ນທີ່ຫ້ອງປະຊຸມ ສະຖາບັນພັດທະນາຊັບພະຍາກອນລາວ-ຢີ່ປຸ່ນ, ພາຍໃຕ້ການເປັນປະທານຂອງສະຫາຍ ຮສ. ດຣ. ຄໍາຜົງ ນາມມະວົງວິໄຊ ຮອງເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ, ສະຫາຍ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ເລຂາໜ່ວຍພັກຫ້ອງການສັງລວມ, ມີບັນດາສະຫາຍເລຂາໜ່ວຍພັກຫ້ອງການ ແລະພາກສ່ວນອ້ອມຂ້າງ ຮາກຖານສໍານັກງານ ອະທິການບໍດີ ພ້ອມດ້ວຍສະມາຊິກພັກທັງຫນ່ວຍພັກຫ້ອງການສັງລວມ ແລະຫ້ອງການວິຊາການເຂົ້າຮ່ວມ.

          ໂອກາດນີ້, ສະຫາຍ ພູວຽງ ແສນສົມບັດ ຮອງຫົວໜ້າພະແນກປະຊາສໍາພັນ ຫ້ອງການສັງລວມ ໄດ້ຂຶ້ນຜ່ານໃບອະນຸມັດ, ຂໍ້ຕົກລົງເຫັນດີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ເຊິ່ງມີ 4 ສະຫາຍ, ໃນນັ້ນ ໜ່ວຍພັກ ຫ້ອງການສັງລວມມີ 2 ສະຫາຍຄື: ສະຫາຍ ໄຊສຸອໍາພອນ ຍືນວັນນະ ແລະສະຫາຍ ນາງ ມຸກສະຫວັນ ແກ້ວວົງໄຊ, ສ່ວນໜ່ວຍພັກຫ້ອງການວິຊາການມີ 2 ສະຫາຍ: ສະຫາຍ ວົງດາລາ ຄອງທໍາ ແລະສະຫາຍ ເພັດສະໝອນ ແກ້ວມີທອງ, ທັງ 4 ສະຫາຍໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ແລະມີເງື່ອນໄຂຄົບຖ້ວນຕາມມາດຖານ ພ້ອມທັງມີຜົນງານໂດດເດັ່ນຫຼາຍດ້ານໃນການເຄື່ອນໄຫວໃນໄລຍະຜ່ານມາ ແລະໄດ້ຮັບການໄວ້ເນື້ອເຊື່ອໃຈ, ສະນັ້ນ ກອງປະຊຸມຈຶ່ງຕົກລົງເຫັນດີຮັບເອົາ 4 ສະຫາຍເຂົ້້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຫ້ອງການສັງລວມ ແລະໜ່ວຍພັກຫ້ອງການວິຊາການ.

          ໃນໂອກາດນີ້ ສະຫາຍ ຮສ. ດຣ. ຄໍາຜົງ ນາມມະວົງວິໄຊ ໄດ້ໂອ້ລົມຕໍ່ກອງປະຊຸມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ພ້ອມນັ້ນ ສະຫາຍໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ກໍຄືສະມາຊິກພັກສໍາຮອງທີ່ບັນຈຸເຂົ້າໃໝ່ໃຫ້ເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກຢ່າງເຂັ້ມງວດ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ມີຄຸນສົມບັດທີ່ເປັນແບບຢ່າງໃຫ້ແກ່ມະຫາຊົນ, ຕັ້ງໜ້າພັດທະນາຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານການກໍ່ສ້າງໜ່ວຍພັກຂອງຕົນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະເປັນເອກະພາບກັນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.