ພາກວິຊາສັດຕະວະແພດ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ເປີດໂຮງໝໍປິ່ນປົວສັດ ແຫ່ງທີ່ 2

ໂຮງໝໍປິ່ນປົວສັດ ແຫ່ງທີ່ 2 ຂອງພາກວິຊາສັດຕະວະແພດ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດແລ້ວຢ່າງເປັນທາງການ ໃນຕອນບ່າຍຂອງ ວັນທີ 8 ພຶດສະພາ 2019 ຜ່ານມາ, ທີ່ພາກວິຊາ ລ້ຽງສັດ ແລະການປະມົງ(ຟາມໄກ່) ຂອງຄະນະກະເສດສາດ, ໂດຍການເຂົ້າຮ່ວມພິທີຂອງທ່ານ ຮສ. ປອ. ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ຟອງສະໝຸດ ສຸທໍາມະວົງ ຄະນະບໍດີ ຄະນະກະເສດສາດ, ມີຜູ້ຕາງໜ້າຈາກຫ້ອງການ, ຄະນະວິຊາ ແລະບັນດາຄຣີນິກອ້ອມຂ້າງ ພ້ອມດ້ວຍ ຄູ-ອາຈານ, ແຂກທີ່ຖືກເຊີນ ແລະນ້ອງນັກສຶກສາຈາກພາກວິຊາສັດຕະວະແພດເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ຟອງສະໝຸດ ສຸທໍາມະວົງ ໄດ້ກ່າວຕໍ່ພິທີວ່າ: ໂຮງໝໍປິ່ນປົວປົວສັດແຫ່ງນີ້ ສ້າງຂຶ້ນຈາກ ຄວາມພະຍາຍາມຂອງ ຄູ-ອາຈານ ແລະນັກສຶກສາ ພາກວິຊາສັດຕະວະແພດ ພ້ອມໄດ້ຮັບການສະໜັບສະໜູນ ຈາກຄະນະກະເສດສາດ, ຄະນະສັດຕະວະແພດ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ, ໂຄງການ ADB, ອົງການ Vet ຂອງປະເທດຝຣັ່ງ ແລະນັກວິຊາການຈາກປະເທດອົດສະຕາລີ ທີ່ໄດ້ປະກອບທາງດ້ານທຶນຮອນ ແລະວັດຖຸອຸປະກອນຕ່າງໆ. ໂຮງໝໍປິ່ນປົວສັດແຫ່ງນີ້ ຖືວ່າເປັນແຫ່ງທີ່ 2 ຂອງຄະນະກະເສດສາດ ທັງນີ້ກໍ່ເພື່ອແນໃສ່ໃຫ້ບໍລິການທາງດ້ານການຮັກສາສຸຂະພາບຂອງສັດລ້ຽງໃຫ້ມີຄວາມແຂງແຮງ ແລະປອດໄຟຈາກພະຍາດ ແລະໂລກລະບາດຕ່າງໆ. ພ້ອມຍັງເປັນບ່ອນຝຶກຝົນ ແລະປະຕິບັດຕົວຈິງຂອງນັກສຶກສາ ພາກວິຊາສັດຕະວະແພດອີກດ້ວຍ. ນອກນັ້ນ, ພາກວິຊາສັດຕະວະແພດ ຍັງມີລົດໂຮງໝໍເຄື່ອນທີ່ ເພື່ອກຽມພ້ອມປິ່ນປົວ ຮັກສາສຸຂະພາບຂອງສັດ ຕາມຄວາມຕ້ອງການຂອງສັງຄົມອີກດ້ວຍ. ພ້ອມດຽວກັນທ່ານໄດ້ກ່າວຕຶ່ມອີກວ່າ: ຄະນະກະເສດສາດ ຍາມໃດກໍຍາມໃດກໍເອົາໃຈໃສ່ຊຸກຍູ້ -ສົ່ງເສີມໃນການພັດທະນາບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ແລະສືບຕໍ່ພັດທະນາດ້ານວິຊາການ ກໍຄືນັກສຶກສາພາກວິຊາສັດຕະວະແພດໃຫ້ມີຄວາມຮູ້, ຄວາມສາມາດ ແລະມີຄວາມສໍານິສໍານານ ເພື່ອກຽມພ້ອມໃນການໃຫ້ບໍລິການແກ່ສັງຄົມ.
ໃນຂະນະດຽວກັນ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີໄດ້ໃຫ້ຄໍາໂອລົມຕໍ່ພິທີ, ທ່ານໄດ້ກ່າວຍ້ອງຍໍ ຊົມເຊີຍຕໍ່ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະຜູ້ໃຫ້ການສະຫນັບສະໜູນ ທີ່ພະຍາຍາມ ທຸ່ມເທທັງສະຕິປັນຍາ ເຫື່ອແຂງຂອງຕົນໃນການປະກອບສ່ວນສ້າງໂຮງໝໍດັ່ງກ່າວຈົນສໍາເລັດ, ພ້ອມນັ້ນທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະການບໍລິການຕໍ່ສັງຄົມໃຫ້ມີຄຸນນະພາບສູງ, ທັງນີ້ກໍ່ເພື່ອໃຫ້ມັນສອດຄ່ອງກັບແຜນພັດທະນາຂອງມະຫາວິທະຍາໄລແຫ່ງຊາດ ກໍຄືການໃຫ້ການບໍລິການແກ່ສັງຄົມຢ່າງທົ່ວເຖິງ.