ຄະນະວິທະຍາສາດສັງຄົມ ມຊ ເປີດຫຼັກສູດປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ

ໃນຕອນບ່າຍ ຂອງວັນທີ 11 ພຶດສະພາ 2019 ຜ່ານມານີ້, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫຼັກສູດປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ ຂຶ້ນທີ່ຫ້ອງປະຊຸມ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ, ມີທ່ານ ສີບຸນເຮືອງ ພັນດານຸວົງ ຜູ້ຕາງໜ້າຈາກທະນາຄານໂລກ, ມີບັນດາແຂກທີ່ຖືກເຊີນຈາກກະຊວງຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ປອ. ສາຍໃຈ ສີລາເດດ ຮອງຫົວໜ້າພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄະນະວິທະຍາສາດສັງຄົມ ໄດ້ນໍາສະເໜີສະພາບລວມຂອງການສ້າງຫຼັກສູດດັ່ງກ່າວ ທ່ານໃຫ້ຮູ້ວ່າ: ຫຼັກສູດປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍຖືເປັນສາຂາທີ່ 7 ຂອງຄະນະວິທະຍາສາດສັງຄົມ ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແລະໄດ້ຮັບການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ໂດຍຜ່ານການປຶກສາຫາລືຂອງຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ກໍຄືການຕົກລົງເຫັນດີຂອງກະຊວງສຶກສາທິການ ແລະກີລາ. ຈຸດປະສົງຂອງສາຂານີ້ ກໍ່ເພື່ອແນໃສ່ພັດທະນາຊັບພະຍາກອນມະນຸດໃຫ້ເປັນນັກຄົ້ນຄວາວິໄຈ, ນັກວາງແຜນ, ຜູ້ຈັດຕັ້ງປະຕິບັດ, ນັກຕິດຕາມກວດກາ ແລະເປັນຜູ້ໃຫ້ບໍລິການດ້ານວິຊາການທາງດ້ານຜົນກະທົບຈາກໂຄງການພັດທະນາຕ່າງໆໃຫ້ແກ່ຂະແໜງຂອງລັດ, ຜູ້ພັດທະນາໂຄງການ, ຜູ້ລົງທຶນ, ບໍລິສັດຮັບເໝົາໃນການປະເມີນຜົນກະທົບສິ່ງແວດລ້ອມທໍາມະຊາດ-ສັງຄົມ ແລະຄະນະກໍາມະການຈັດສັນຍົກຍ້າຍຂັ້ນຕ່າງໆ.

          ຫຼັກສູດປະລິນຍາໂທ ສາຂາການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ ແມ່ນເລີ່ມປະຕິບັດການຮຽນ-ການສອນໃນໄວໆນີ້ ໂດຍກໍານົດຮຽນໃນວັນເສົາ ແລະວັນອາທິດ, ຜູ້ທີ່ສົນໃຈສາມາດມາພົວພັນເອົາຄໍາຮ້ອງສະໝັກໄດ້ທີ່ພະແນກສຶກສາຫຼັງປະລິນຍາຕີ ຄະນະວິທະຍາສາດສັງຄົມ ຕັ້ງແຕ່ວັນທີ 15 ພຶດສະພາ - 25 ມິຖຸນາ 2019 ແລະປິດຮັບຄໍາຮ້ອງວັນທີ 30 ມິຖຸນາ 2019  ສ່ວນວັນສອບເສັງ ແລະສໍາພາດແມ່ນ ວັນທີ 7 ກໍລະກົດ 2019 ທີ່ອາຄານຊັ້ນ 3 ຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ສໍາລັບຄ່າຮຽນ (2 ປີ) ແມ່ນ 19,740,000 ກີບ ໂດຍບໍ່ນັບຄ່າເອກະສານ ແລະການລົງທະບຽນ.

          ຂະນະດຽວກັນ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ມີຄໍາເຫັນຕໍ່ພິທີ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ, ພ້ອມທັງ ສະແດງຄວາມຂອບໃຈຢ່າງສູງຕໍ່ຜູ້ໃຫ້ການສະໜັບສະໜູນ ແລະຮ່ວມມືໃນການສ້າງຫຼັກສູດໃໝ່ໃນຄັ້ງນີ້, ພ້ອມນັ້ນທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງສາຂາດັ່ງກ່າວ ທັງນີ້ກໍເພື່ອເປັນການເປີດພື້ນທີ່ໃນການພັດທະນາບຸກຄະລາກອນໃນລະດັບປະລິນຍາໂທ ເຊິ່ງກ່ຽວຂ້ອງກັບການຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ ເພື່ອຕອບສະໜອງວິຊາການສະເພາະດ້ານໃຫ້ແກ່ກະຊວງຕ່າງໆທັງພາກລັດ ແລະເອກະຊົນພ້ອມທັງເປັນການເພີ່ມທາງເລືອກ ແລະຄວາມຫຼາກຫຼາຍທາງດ້ານວິຊາການຂອງຄະນະວິທະຍາສາດສັງຄົມ ກໍຄືມະຫາວິທະຍາໄລແຫ່ງຊາດ ແລະເພື່ອປະຕິບັດຕາມແຜນການໃນການສ້າງຄວາມສາມດໃນການສຶກສາ ການບໍລິການແກ່ສັງຄົມອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.