ຄະນະຜູ້ແທນລາວຈາກຂະແໜງການສຶກສາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງບັນດາອະທິການບໍດີມະຫາວິທະຍາໄລພາກພື້ນອາຊີ-ປາຊີຟິກ ທີ່ໂຫ່ຈີມິນ

 

          ໃນວັນທີ 7 ພຶດສະພາ 2019 ທີ່ຜ່ານມານີ້ໄດ້ມີການຈັດກອງປະຊຸມໃຫຍ່ຄັ້ງທີ່ 13 ຂອງບັນດາອະທິການບໍດີ ຈາກສະຖາບັນທີ່ເປັນສະມາຊິກຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໃນພາກພື້ນອາຊີ-ປາຊີຟິກ (CONFRASIE) ພາຍໃຕ້ຫົວຂໍ້ «ການປຶກສາຫາລືລະຫວ່າງມະຫາວິທະຍາໄລ -ບໍສິສັດຕ່າງໆ: ສິ່ງທ້າທາຍໃນປະຈຸບັນຂອງນັກວິຊາການມະຫາວິທະຍາໄລ ແລະຄວາມຮັບຜິດຊອບທາງດ້ານສັງຄົມຂອງຂົງເຂດການສຶກສາ». ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ມະຫາວິທະຍາໄລເສດຖະສາດ ແລະນິຕິສາດຂຶ້ນກັບມະຫາວິທະຍາໄລແຫ່ງຊາດຫວຽດນາມທີ່ນະຄອນໂຫ່ຈີມິນເຊິ່ງມີບັນດາຫົວໜ້າສະຖາບັນການສຶກສາຊັ້ນສູງ ແລະການຄົ້ນຄວ້າທີ່ມາຈາກ 11 ປະເທດໃນພາກພື້ນລວມ 89 ທ່ານເຂົ້າຮ່ວມ. ທ່ານ ຊັອງໂປລ໌ ເດີ ນີ້ໂກເດີມາຣ໌ ອະທິການບໍດີຂອງອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ແລະບັນດາຜູ້ຕາງໜ້າກະຊວງສຶກສາໃນພາກພື້ນ ໄດ້ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນີ້.

        ຄະນະຜູ້ແທນຈາກລາວເຮົາມີ ທ່ານ ຮສ. ປອ. ຄໍາຜາຍ ສີສະຫວັນ ຮອງລັດທະມົນຕີກະຊວງສຶກສາທິການ ແລະກີລາ ແລະອະທິການບໍດີຈາກ 3 ມະຫາວິທາຍາໄລຂອງລາວຄື: ທ່ານ ສຈ.ປອ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ປອ ພູທອນ ວັງກອນວິໄລ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະທ່ານ ຮສ. ປອ ບຸນປົງ ແກ້ວໂຣໂດມ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ; ການເດີນທາງໄປເຂົ້າປະຊຸມຄັ້ງນີ້ ຄະນະຜູ້ແທນຂອງລາວນຳພາໂດຍ ທ່ານ ອັງຕວນ ບຼົມຄິສທ໌ ຫົວໜ້າຫ້ອງການສາຂາອົງການ AUF ປະຈຳນະຄອນຫຼວງວຽງຈັນ, ມີທ່ານ ນາງ ເບເນດິກຕ໌ ເດຊັອງ ທີ່ປຶກສາພະແນກການຮ່ວມມື ແລະການເຄື່ອນໄຫວວຽກງານວັດທະນະທຳປະຈຳສະຖານທູດຝຣັ່ງປະຈຳລາວ ແລະທ່ານ ເອຣິກ ເດີຮ່າໂຣ ຜູ້ຕາງໜ້າໃຫ້ແກ່ປະເທດລາວ, ຫຽວດນາມ ແລະ ກຳປູເຈຍຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາ ແລະທັງເປັນສະມາຊິກ ຂອງປະຊາຄົົມຊ່ຽວຊານລະດັບພາກພື້ນຂອງອົງການ AUF ກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.

 

ທ່ານ ຮສ. ປອ ຄຳຜາຍ ສີສະຫວັນ ຮອງລັດທະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນກ່າວປາໄສໃນກອງງປະຊຸມ CONFRASIE. ໂອກາດນີ້ ທ່ານ ປອ ຄຳເຜີຍ ສີສະຫວັນ ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງກອງປະຊຸມຄັ້ງນີ້, ເຊິ່ງບາງຕອນທ່ານໄດ້ກ່າວ່າ «ກະຊວງສຶກສາທິການ ແລະ ກີລາຂອງລາວໃຫ້ການສະໜັບສະໜູນຢ່າງແທ້ຈິງ, ການສ້າງກົນໄກໃນການປຶກສາຫາລື ແລະ ແລກປ່ຽນດ້ານວິຊາການຊ່ຽວຊານໃນກອງປະຊຸມCONFRASIE ເພື່ອຮອງຮັບໃຫ້ແກ່ວິວັດທະນາການຕ່າງໆຂອງການສຶກສາຊັ້ນສູງ ແລະການຄົ້ນຄົ້ວຢູ່ລາວ. ພວກຂ້າພະເຈົ້າເຊື້ອເຊີນບັນດາສະຖາບັນສະມາຊິກຂອງກອງປະຊຸມ CONFRASIE ຂອງພວກຂ້າພະເຈົ້າໃຫ້ນໍາໃຊ້ປະໂຫຍດຈາກຮູບແບບໂຄງສ້າງການຮ່ວມມືນີ້ເພື່ອໃຫ້ຂະແໜງການສຶກສາຊັ້ນສູງ ແລະການຄົ້ນຄົ້ວຢູ່ລາວໄດ້ຮັບຜົນປະໂຫຍດສູງສຸດຈາກໂອກາດທີ່ມອບໃຫ້ພວກເຮົາ.

     ກອງປະຊຸມຄັ້ງນີ້ຍັງເປັນການເປີດໂອກາດໃຫ້ທ່ານຮອງລັດທະມົນຕີກະຊວງສຶກສາທິການ ແລະກິລາຂອງລາວໄດ້ພົບປະກັບບັນດາເພື່ອນຮ່ວມງານຈາກກະຊວງສຶກສາຂອງພາກພື້ນລວມທັງພົບປະທ່ານອະທິການບໍດີຂອງ AUFເພື່ອຄົ້ນຄວ້າຮ່ວມ ກັນກ່ຽວກັບກົນໄກການຈັດຕັ້ງປະຕິບັດໃນລະດັບພາກພື້ນຮ່ວມກັບ AUFເພື່ອໃຫ້ບັນດາກະຊວງຕ່າງໆສາມາດຈັດຕັ້ງນຳພາສະຖາບັນການສຶກສາຊັ້ນສູງ ແລະການຄົ້ນຄົ້ວໃນການປະເຊີນໜ້າກັບສິ່ງທ້າທາຍໃນປະຈຸບັນ ແລະຄຳນຶງເຖິງຄວາມຮັບຜິດຊອບຂອງຕົນຕໍ່ສັງຄົມອີກດ້ວຍ. ກອງປະຊຸມສະພາໃຫຍ່ຄົບຄະນະຂອງ CONFRASIE ຍັງເປັນກາລະໂອກາດໃນການແລກປ່ຽນລະຫວ່າງບັນດາຫົວໜ້າບໍລິຫານມະຫາວິທະຍາໄລໃນວາລະກອງປະຊຸມໂຕະມົນໃນລະດັບມະຫາໄລ ໃນຫົວຂໍ້ກ່ຽວກັບການຄົ້ນຄວ້າ ແລະການພັດທະນາຕໍ່ໄປໃນລະດັບພາກພື້ນ, ຄວາມຕ້ອງການທາງດ້ານເສດຖະກິດ-ສັງຄົມ ແລະການສະເໜີຫຼັກສູດການຮຽນວິຊາຊີບລວມໄປເຖິງການບໍລິຫານຄຸ້ມຄອງມະຫາວິທະຍາໄລ ແລະຄວາມຮັບຜິດຊອບທາງສັງຄົມຂອງມະຫາວິທະຍາໄລ.    

       ກອງປະຊຸມໂຕະມົນຄັ້ງນີ້ໄດ້ມີຂໍ້ສະເໜີແນະຕ່າງໆທີ່ຫຼາກຫຼາຍເຊິ່ງຈະໄດ້ນຳມາຈັດແຈງຮວບຮວມໂດຍສຳນັກງານຂອງ CONFRASIE. ທ່ານ ຫງຽນ ຫງອກ ດຽນ ປະທານກອງປະຊຸມ CONFRASIE ໄດ້ຜ່ານບົດລາຍງານກ່ຽວກັບຜົນງານການເຄື່ອນໄຫວກິດຈະກຳຂອງ CONFRASIE ພ້ອມທັງໄດ້ນຳສະເໜີຕໍ່ທີ່ປະຊຸມຂໍ້ສະເໜີຮ່າງຖະແຫຼງ ການຮ່ວມທີ່ໄດ້ຖືກຮັບຮອງເອົາໂດຍສະມາຊິກທີ່ເຂົ້າຮ່ວມ. ໂດຍສືບເນື່ອງຈາການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລຕ່າງໆໃນຄັ້ງນີ້, 6 ມະຫາວິທະຍາໄລໃນພາກພື້ນໃນນັ້ນລວມທັງມະຫາວິທະຍາໄລສະຫວັນນະເຂດໄດ້ຖືກຮັບເຂົ້າເປັນສະມາຊິກໃໝ່ຂອງ CONFRASIE ຢ່າງເປັນທາງການ. ທ່ານປະທານກອງປະຊຸມ CONFRASIE ໄດ້ເຊັນສັນຍາຂອບຂໍ້ຕົກລົງກັບທ່ານ ຊັອງ ເອມີນລ໌ ໂກແບກຕ໌ ຜູ້ຕາງໜ້າກອງປະຊຸມບັນດາອະທິການບໍດີມະຫາວິທະຍາໄລ.

         ໃນວາລະກອງປະຊຸມຄັ້ງນີ້ ນອກຈາກການແລກປ່ຽນທີ່ຫຼາກຫຼາຍທີ່ໄດ້ເປີດໂອກາດໃຫ້ບັນດາການນຳຂອງລາວເຮົາໃນການຮັດແໜ້ນສາຍພົວພັນ ກັບບັນດາມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງໃນພາກພື້ນທີ່ເປັນສະມາຊິກຂອງ CONFRASIEແລ້ວຍັງໄດ້ມີໂອກາດສະແດງສັກຂະຍະພາບໃນການຮ່ວມມື ແລະການແລກປ່ຽນດ້ານວິຊາການລວມທັງແນວທາງປະຕິບັດທີ່ດີ ບົນຫຼັກການຂອງຄວາມສາມັກຄີທີ່ຫ້າວຫັນ.

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.