ຄະນະບໍລິຫານງານ ສະຫະພັນກຳມະບານຮາກຖານ ຄະນະວິທະຍາສາດສັງຄົມ ຈັດກອງປະຊຸມໃຫຍ່ຄັ້ງທີ V


ໃນຕອນບ່າຍ ວັນທີ 17 ພຶດສະພາ 2019 ນີ້, ຄະນະບໍລິຫານງານສະຫະພັນກຳມະບານ ຮາກຖານ ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນຂຶ້ນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ໂດຍການເປັນປະທານຂອງ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາໜ່ວຍພັກຮາກຖານ, ຮັກສາການຄະນະບໍດີ ຄສຄ, ສະຫາຍ ບຸນມີ ພິພັກຂະວົງຮອງປະທານສະຫະພັນກຳມະບານ ມຊ, ມີປະທານ ສະຫະພັນກໍາມະບານ, ເລຂາຊາວໜຸ່ມ, ປະທານສະຫະພັນແມ່ຍິງ ຄສຄ, ພະນັກງານອາວຸໂສບໍານານ, ບັນດາແຂກຖືກເຊີນ, ມີບັນດາຫົວໜ້າໜ່ວຍ, ຫົວໜ້າຈຸ ແລະສະມາຊິກກໍາມະບານ ຄູ-ອາຈານແລະສະມາຊິກກໍາມະບານນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມຈຳນວນ 230 ສະຫາຍ.
ໃນທີ່ປະຊຸມ ສະຫາຍ ປທ. ແກ້ວພູທອນ ຫາທາລົງ ປະທານກຳມະບານຮາກຖານ ຄສຄ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເຄື່ອນໄຫວຂອງກໍາມະບານຮາກຖານຕົນໃນໄລຍະເວລາ 5 ທີ່ຜ່ານມາ ແລະຜ່ານທິດທາງແຜນການເຄື່ອນໄຫວໃນໄລຍະ 5 ປີຕໍ່ໜ້າ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ເປັນຕົ້ນ ແມ່ນດ້ານການເມືອງແນວຄິດ ແມ່ນໄດ້ຈັດຕັ້ງປະຕິບັດເຜີຍແຜເຊື່ຶອມຊຶມເອກະສານຕ່າງໆທີ່ສໍາຄັນຂອງພັກ, ຂອງລັດ, ສູນກາງກໍາມະບານລາວ ແລະສະຫະພັນກໍາມະບານ ມຊ. ໃຫ້ແກ່ພະນັກງານ ແລະສະມາຊິກກໍາມະບານທົ່ວ ຄສຄ, ວຽກງານຂະຫຍາຍສະມາຊິກກຳມະບານ ໃນປີ 1 ຈະມີການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານ 2 ຄັ້ງ ເຮັດໃຫ້ສະມາຊິກກຳມະບານໃນປັດຈຸບັນມີ ທັງໝົດ 845 ສະຫາຍ, ຍິງ 515 ສະຫາຍ. ວຽກງານວິຊາສະເພາະແມ່ນສະມາຊິກແຕ່ລະສະຫາຍໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງມີຄວາມຮັບຜິດຊອບສູງ ນອກນັ້ນ ຍັງໄດ້ເຂົ້າຮ່ວມການເຄື່ອນໄຫວ, ການເຮັດກິດຈະກຳຕ່າງໆ ກັບອົງການຈັດຕັ້ງ ຊາວໜຸ່ມ ແລະແມ່ຍິງ, ດ້ານວຽກງານສະຫວັດດີການສັງຄົມ ໄດ້ມີການຊຸກຍູ້ ແລະມອບເງິນອຸດໜູນໃຫ້ແກ່ສະມາຊິກກຳມະບານ ທີ່ເຈັບເປັນ, ເກີດລູກ, ສ້າງຄອບຄົວໃໝ່ ແລະນອນໂຮງໝ; ພ້ອມທັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ, ເຊິ່ງຮາກຖານກໍາມະບານ ຄສຄ ຈະສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃນແຕ່ລະຂັ້ນແຕ່ລະດ້ານໃຫ້ປະສົບຜົນສຳເລັດຍິ່ງຂຶ້ນກວ່າເກົ່າ.
ຈາກນັ້ນ, ໃນທີ່ປະຊຸມໄດ້ປ່ອນບັດ-ຄັດເລືອກເອົາຄະນະບໍລິຫານງານກຳມະບານຊຸດໃໝ່ ຂອງຮາກຖານຕົນ ຈໍານວນເປົ້າໝາຍ8ສະຫາຍ, ເລືອກເອົາ 5 ສະຫາຍ; ຜົນຂອງການປ່ອນບັດ-ຄັດເລືອກໃນທີ່ປະຊຸມເຫັນດີໃຫ້ສະຫາຍປທ. ແກ້ວພູທອນ ຫາທາລົງ ເປັນປະທານຄະນະບໍລິຫານງານ ສະຫະພັນກໍາມະບານຮາກຖານ ຄສຄ, ສະຫາຍ ປທ. ອຳພອນ ວົງສຸພັນ ເປັນຮອງ, ສະຫາຍ ປທ. ນ ຄໍາສະໄຫວ ປະສານໃຈ ເປັນປະທານກວດກາ, ສະຫາຍ ປທ. ທອງສະໃໝ ຄຸນພາຄີ ແລະ ສະຫາຍ ປທ. ສຸລິຍົງ ທຳມະວົງສາ ເປັນຄະນະ.
ໃນຕອນທ້າຍພິທີ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງດີ ໄດ້ກ່າວໂອ້ລົມ ແລະໃຫ້ທິດຊີ້ນຳແກ່ ຄະນະບໍລິຫານງານສະຫະພັນກໍາມະບານຊຸດໃໝ່,ເຊິ່ງສະຫາຍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຮາກຖານກຳມະບານຊຸດໃໝ່ ຈົ່ງພ້ອມກັນສະຫຼະເຫື່ອແຮງສຸມກຳລັງເຂົ້າໃນການປະຕິບັດວຽກງານຂອງກຳມະບານໃຫ້ມີຜົນສຳເລັດ, ພ້ອມກັນສ້າງຄວາມສາມັກຄີ, ຕ້ານປະກົດການຫຍໍ້ທໍ້ຂອງສັງຄົມແລະພ້ອມກັນຜັນຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານ ໂດຍສະເພາະແມ່ນສະມາຊິກທີ່ເປັນນັກສຶກສາໃຫ້ຫຼາຍຂຶ້ນ.
ໂອກາດດຽວກັນສະຫາຍ ບຸນມີ ພິພັກຂະວົງ ກໍໄດ້ຂຶ້ນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວເນັ້ນໜັກໃຫ້ ສະຫະພັນກຳມະບານຊຸດໃໝ່ ມີການເສຍສະຫຼະເວລາຕໍ່ອົງການກຳມະບານ, ຕ້ອງມີການປະຊຸຸມສ່ອງແສງ ຕໍານິຕິຊົມເຊິ່ງກັນ ແລະກັນ, ເອົາໃຈໃສ່ສິດທິຜົນປະໂຫຍດຂອງກຳມະບານ ໃຫ້ສະມາຊິກທຸກສະຫາຍໄດ້ຮັບເງິນນະໂຍບາຍຊ່ວຍເຫຼືອເຊິ່ງກັນ ແລະກັນ, ເຜີຍແຜລະບຽບກອງທຶນໃຫ້ທົ່ວເຖິງ, ຊ່ວຍອໍານວຍຄວາມສະດວກໃຫ້ແກ່ການແລ່ນ
ເອກະສານໃຫ້ວ່ອງໄວທັນການ, ສ້າງຂະບວນການຂະຫຍາຍສະມາຊິກກຳມະບານໃຫ້ໄດ້ 100 ເປີເຊັນ ຕາມລະບຽບກອງທຶນທີ່ໄດ້ກໍານົດໄວ້.