ກອງປະຊຸມສັນຈອນຂອງສະຫະພັນກຳມະບານ ມຊ ຄັ້ງທີ 6

          ໃນຕອນບ່າຍວັນທີ 7 ມິຖຸນາ 2019 ຜ່ານມານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ (ຮພຊ) ໄດ້ຈັດກອງປະຊຸມສັນຈອນ ຄັ້ງທີ 6 ຂອງສະຫະພັນກໍາມະບານ ມຊ. ຂຶ້ນທີ່ຫ້ອງປະຊຸມຂອງຕົນ. ໂດຍການເປັນປະທານຂອງສະຫາຍ ຮສ. ແກ່ນຈັນ ສິນສຳພັນ ຄະນະພັກ ມຊ, ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ມີສະຫາຍ ຮສ. ປອ. ອານຸລົມ ວິໄລພອນ ປະທານສະຫະພັນກຳມະບານ ມຊ, ຄະນະບໍດີ ຄະນະວິທະຍາສາດກາຍະກຳ-ການກິລາ, ສະຫາຍ ຮສ. ປອ. ຄຳພຸດ ພົມມະສອນ ຮອງເລຂາພັກໜ່ວຍຮາກຖານ ຮພຊ, ມີສະຫາຍ ຮອງປະທານກຳມະບານ ມຊ, ມີບັນດາສະຫາຍປະທານຮາກຖານກຳມະບານພ້ອມດ້ວຍຄະນະທັງ 16 ຮາກຖານເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ປະທານຮາກຖານກຳມະບານທັງ 16 ຮາກຖານໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຂອງຕົນຕໍ່ທີ່ປະຊຸມ ໃຫ້ຄະນະປະທານໄດ້ຮັບຊາບ ພ້ອມດຽວກັນໃນກອງປະຊຸມກໍໄດ້ປຶກສາຫາລືວຽກງານຫຼາຍດ້ານໂດຍສະເພາະແມ່ນວຽກງານທີ່ຍັງຄ້າງຄາມາແຕ່ກອງປະຊຸມສັນຈອນຄັ້ງທີ 5 ເພື່ອຫາວິທີແກ້ໄຂ້ໃຫ້ວຽກງານໄດ້ຮັບຜົນເລັດ, ປຶກສາຫາລືວຽກງານການໄປທັດສະນະສຶກສາພາຍໃນ ແລະຕ່າງປະເທດ ວ່າຈະກຳນົດເອົາຊວງໃດ ເວລາໃດຈຶ່ງຈະເໝາະສົມ, ພ້ອມກັນວ່າງແຜນວຽກງານທີ່ຈະປະຕິບັດໃນຕໍ່ໜ້າ, ໃນກອງປະຊຸມຍັງໄດ້ຜ່ານລະບຽບກອງທຶນ ແລະຜ່ານຂໍ້ຕົກລົງແຕ່ງຕັ້ງກະກຽມກອງປະຊຸມຄັ້ງທີ່ V ຂອງສະຫະພັນກຳມະບານ ມຊ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ແລະໄດ້ປຶກສາຫາລືວຽກງານອື່ນໆອີກ.

ຫຼັງຈາກນັ້ນ ຄະນະສະພັນກຳມະບານ ມຊ. ກໍຄືສະຫະພັນກຳມະບານທົ່ວ ມຊ ກໍໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ຖືກອັກຄີໄພ  ເພື່ອເປັນຊ່ວຍເຫຼືອເຊິ່ງກັນ ແລະກັນອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.