ຄະນະນຳ ມຊ ຕ້ອນຮັບການຢ້ຽມຢາມຂອງທ່ານລັດຖະມົນຕີກະຊວງຕ່າງປະເທດຕີມໍເລສເຕ


ໃນຕອນເຊົ້າ ວັນທີ 7 ມິຖຸນາ 2019 ຜ່ານມາ, ຄະນະນຳ ມະຫາວິທະຍາໄລແຫ່ງຊາດນຳໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ດີໂອນິຊິໂອ ດາ ຄອສຕ້າ ບາໂບ ໂຊອາເຣດ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດຕີມໍເລສເຕ ພ້ອມດ້ວຍຄະນະທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.
ຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນອະນາຄົດ ແລະຈັດພິທີປາຖະກະຖາກ່ຽວກັບຄວາມພ້ອມຂອງປະເທດຕີມໍເລສເຕໃນການເຂົ້າຮ່ວມເປັນສະມາຊິກອາຊຽນ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາໄດ້ຮັບຟັງ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 7 ມິຖຸນາ ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ນັ້ນເອງ.
ໂອກາດດັ່ງກ່າວທ່ານ ດີໂອນິຊິໂອ ດາ ຄອສຕ້າ ບາໂບ ໂຊອາເຣດ ກໍໄດ້ກ່າວສະແດງຄວາມຍິນດີ ແລະຂອບໃຈຕໍ່ກັບການຕ້ອນຮັບທີ່ອົບອຸ່ນຈາກ ມະຫາວິທະຍາໄລແຫ່ງຊາດ, ພ້ອມກັນນັ້ນ ທ່ານຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບປະເທດຕີມໍເລສເຕ ເຊິ່ງທ່ານໄດ້ກ່າວວ່າ: ຕີມໍເລສເຕເປັນປະເທດນ້ອຍໆທີ່ຕັ້ງຢູ່ຫມູ່ເກາະຢູ່ທາງຕາເວັນອອກສ່ຽງໃຕ້ຂອງທະວີບອາຊີ, ມີປະຊາກອນພຽງແຕ່ 1,040,880ຄົນ, ປະກອບດ້ວຍຫຼາກຫຼາຍສາສະໜາເຊັ່ນ: ສາສະໜາພຸດ, ສາສະໜາຄິດສ, ອິດສະລາມ ແລະອື່ນໆ. ເມື່ອເວົ້າເຖິງການຮ່ວມກັບ ສປປ ລາວ ແມ່ນໄດ້ເລີ່ມມີການຮ່ວມມືກັນມາແຕ່ປີ 2000 ເປັນຕົ້ນມາ. ສະນັ້ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ກໍຄືມະຫາວິທະຍາໄລແຫ່ງຊາດ ພວກເຮົາຈຶ່ງຢາກຂະຫຍາຍການຮ່ວມມືດ້ານຂົງເຂດການສຶກສາ, ການແລກປ່ຽນວັດທະນະທຳ ແລະລວມໄປເຖິງການທ່ອງທ່ຽວ ອີກດ້ວຍ.