ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ຄສຄ ແລະສະຖາບັນຄົ້ນຄວ້າໂຍທາທິການ ແລະຂົນສົ່ງ

ໃນຕອນບ່າຍວັນທີ ພຶດສະພາ 2019 ຜ່ານມານີ້, ທີ່ຫ້ອງປະຊຸມ ສູນຄົ້ນຄວ້າ ແລະຝຶກອົມຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ຄສຄ ແລະສະຖາບັນຄົ້ນຄວ້າໂຍທາທິການ ແລະຂົນສົ່ງ, ກະຊວງໂຍທາທິການ ແລະຂົນສົ່ງ. ຝ່າຍ ຄສຄ. ເຊັນ ໂດຍທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ວ່າການຄະນະບໍດີ ຄສຄ ຝ່າຍສະຖາບັນຄົ້ນຄວ້າໂຍທາທິການ ແລະຂົນສົ່ງ ເຊັນໂດຍທ່ານ ນາງ ພອນສະຫວັນ ແພງສີດາ ຫົວໜ້າສະຖາບັນຄົ້ນຄວ້າໂຍທາທິການ ແລະຂົນສົ່ງ, ເຂົ້າຮ່ວມເປັນສັກຂີ່ພະຍານມີທ່ານ ຮອງຄະນະບໍດີ ຄສຄ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າສູນ ຫົວໜ້າພາກວິຊາ, ຫົວໜ້າພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຂອງທັງສອງຝ່າຍຄັ້ງນີ້ແມ່ນເພື່ອຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ແລະການບໍລິການວິຊາການທີ່ຕິດພັນກັບການປ້ອງກັນຜົນກະທົບຕໍ່ສັງຄົມ. ຂອບເຂດການເຊັນສັນຍາຄັ້ງນີ້ແມ່ນທັງສອງຝ່າຍຈະຮ່ວມກັນພັດທະນາຂີດຄວາມສາມາດພາຍໃນຂອງສະຖາບັນໂຍທາທິການ ແລະຂົນສົ່ງ ໃນເຂດວຽກງານການປ້ອງກັນຜົນກະທົບທາງດ້ານແວດລ້ອມ ແລະສັງຄົມ, ວາງແຜນການຈັດສັນຍົກຍ້າຍ ແລະການຕິດຕາມກວດກາສຳລັບໂຄງການພັດທະນາໂຄງລ່າງພື້ນຖານ ທັງການລົງທຶນຂອງພັກລັດ ແລະພາກສ່ວນເອກະຊົນ, ຮ່ວມກັນດຳເນີນສຶກສາຄົ້ນຄວ້າກ່ຽວກັບການຍົກຍ້າຍ, ການຊົດເຊີຍ ແລະການເກັບກໍາຂໍ້ມູນສິ່ງປຸກສ້າງຕາມເຂດສະຫງວນແລວທາງຂອງທາງຫຼວງແຂວງ ແລະທາງຫຼວງເມືອງ ທີ່ມີແຜນຈະສ້ອມແປງພາຍໃຕ້ໂຄງການຂະແໜ່ງຂົວທາງໄລຍະ II (LRSP II) ຢູ່ໃນ 6 ແຂວງເປົ້າໝາຍ(ແຂວງຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະແຂວງບໍລິຄໍາໄຊ) ແລະທາງຫຼວງແຫ່ງຊາດ 13 ເໝືອ (ແຕ່ສາມແຍກສີເກີດ ຫາ ສາມແຍກໂພນໂຮງ), ງົບປະມານໃຊ້ຈ່າຍໃນການຝຶກອົບຮົມ ແລະຄ່າວິທະຍາກອນ ລວມທັງອຸປະກອນ ແລະສະຖານທີ່ໃນລະຫວ່າງໄລຍະເວລາຂອງການປະຕິບັດ MOU ແມ່ນນຳໃຊ້ງົບປະມານຂອງໂຄງການ LRSP II, ແລກປ່ຽນ-ສະໜອງຂໍ້ມູນ ແລະເອກະສານທີ່ອາດຈະຕ້ອງການພາຍໃຕ້ກອບການຮ່ວມມືສະບັບນີ້ຢ່າງທັນເວລາ ແລະວຽກງານທີ່ກ່ຽວຂ້ອງອື່ນໆອີກ. ໄລຍະການເຊັນສັນຍາຄັ້ງນີ້ ໃຊ້ເວລາ 5 ປິີ ນັບຈາກມື້ເຊັນສັນຍາເປັນຕົ້ນໄປ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.