ຄຊປປລ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມສ່ອງແສງໄຕມາດທີ II ປະຈຳປີ 2019

1561013027 tmp IMG 9848

1561013027 tmp IMG 9848

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 17 ມິຖຸນາ 2019 ຜ່ານມາທີ່ຫ້ອງປະຊຸມ ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດໂດຍການເປັນປະທານຂອງ ສະຫາຍ ຮສ. ໂພສີ ທິບດາວັນ ຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ມີ ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ,ຜູ້ຊີ້ນຳວຽກງານຊາວໜຸ່ມ ມະຫາວິະຍາໄລແຫ່ງຊາດ, ສະຫາຍ ພຽງສະໝິດ ຈັນທະວີໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍບັນດາສະຫາຍເລຂາ-ຮອງເລຂາຊາວໜຸ່ມຈາກ 15 ຮາກຖານອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

         ໃນທີ່ປະຊຸມຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດສະຫຼຸບຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນໄຕມາດທີ II ແລະຜ່ານທິດທາງແຜນການປະຈໍາໄຕມາດທີ III ປະຈໍາປີ 2019 ຂອງແຕ່ລະຮາກຖານທົ່ວ ມະຫາວິທະຍາໄລແຫ່ງຊາດ ເຊິ່ງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນໄຕມາດທີ II ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ໄດ້ສໍາເລັດຫຼາຍດ້ານ ໂດຍສະເພາະດ້ານວຽກງານການເມືອງແນວຄິດດ້ານວິຊາການ ແລະວຽກງານຂະບວນການຕ່າງໆ ຕະຫຼອດຮອດ ກິດຈະກໍາການອອກແຮງງານລວມ, ວຽກງານຊ່ວຍເຫຼືອສັງຄົມ ແລະກິດຈະກໍາອື່ນໆ ເປັນຕົ້ນ. ສະມາຊິກຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມສ້າງຂະບວນການໃນ ວັນປູກຕົ້ນໄມ້ ທີ່ບ້ານນາປໍ ເມືອງສັງທອງ, ເຂົ້າຮ່ວມການແຂ່ງຂັນກີລາບານເຕະ ຊີງຂັນເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ ເຊິ່ງສາມາດຍາດໄດ້ ລາງວັນທີີ 1, ນອກນັ້ນ ຍັງມີກິດຈະກໍາການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະກິດຈະກໍາອື່ນໆ ຂອງແຕ່ລະຮາກຖານ ທົ່ວ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ປະຕິບັດຈົນສໍາເລັດ.

           ສໍາລັບທິດທາງແຜນການເຄື່ອນໄຫວໃນໄຕມາດທີ III ປະຈໍາປີ 2019 ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ຈະກະກຽມຈັດຕັ້ງເປີດກອງປະຊຸມໃຫຍ່ ສະໄໝທີ V ຂອງຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດເອົາໃຈໃສ່ສືບຕໍ່ສ້າງຂະບວນການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ສະໄໝທີ V ຂອງຕົນ ແລະວັນສໍາຄັນຂອງຊາດກະກຽມຕິດຕາມ ນໍາສົ່ງສະມາຊິກຊາວໜຸ່ມອາສາສະໝັກ ທີ່ເຂົ້າຮ່ວມກິດຈະກໍາ “ອ້າຍ-ເອື້ອຍ ສອນນ້ອງ” ທີ່ແຂວງສາລະວັນ ປະຈໍາປີ 2019, ພ້ອມທັງສືບຕໍ່ສຶກສາອົບຮົມແນວຄິດຮັກມູນເຊື້ອການປະຕິວັດຂອງຊາດຕັ້ງໜ້າປະຕິບັດນະໂຍບາຍຂອງພັກ-ລັດ ກໍຄືລະບຽບຂອງອົງການຈັດຕັ້ງຊາວໜຸ່ມຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

           ໂອກາດດຽວກັນ, ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດກໍໄດ້ກ່າວໂອ້ລົມຕໍ່ທີ່ປະຊຸມເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕ່າງໆ ທີ່ທາງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ຍາດມາໄດ້ພ້ອມທັງຕີລາຄາເຖິງບັນດາສະມາຊິກຊາວໜຸ່ມນັກສຶກສາ ແຕ່ລະຮາກຖານ ສະເໜີໃຫ້ແຕ່ລະພາກສ່ວນກວດຄືນເບີ່ງຜົນການຮຽນ ຂອງ ສະມາຊິກຊາວໜຸ່ມນັກສຶກສາແຕ່ລະສະຫາຍ ເພື່ອຫາທາງແກ້ໄຂ ສະມາຊິກທີ່ຮຽນອ່ອນ ແລະສົ່ງເສີມຜູ້ທີ່ຮຽນດີ ຮຽນເກັ່ງ, ພ້ອມທັງແນໃສ່ເພື່ອສ້າງພະນັກງານສືບທອດໃຫ້ໄດ້ຄຸນນະພາບ, ພ້ອມນັ້ນສະຫາຍໄດ້ຢໍ້າຄືນໃຫ້ ສະມາຊິກຊາວໜຸ່ມແຕ່ລະຮາກຖານ ຕັ້ງໜ້າຜັນຂະຫຍາຍວຽກງານ 4 ບຸກໃຫ້ສໍາເລັດ, ຕໍ່ຕ້ານແກ້ໄຂຕໍ່ທຸກປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເກີດກັບສະມາຊິກຊາວໜຸ່ມ ໂດຍສະເພາະແມ່ນ ບັນຫາຢາເສບຕິດ ແລະໄພສັງຄົມຕ່າງໆ, ພ້ອມທັງສືບຕໍ່ຜັນຂະຫຍາຍວຽກງານການສຶກສາອົບຮົມການເມືອງ-ແນວຄິດຂອງນັກຮຽນ-ນັກສຶກສາ, ຮັດແໜ້ນຄວາມສາມັກຄີໃນໝູ່ຄະນະໃຫ້ແໜ້ນແຟ້ນ ແລະທົ່ວເຖິງ, ຕັ້ງໜ້າສືບທອດຮີດຄອງປະເພນີອັນດີງານຂອງຊາດ,  ເອົາໃຈໃສ່ປະຕິບັດວຽກງານ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໃຫ້ສໍາເລັດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.